ນາຍົກລັດຖະມົນຕີ​ຈີນ​ເຂົ້າ​ຢ້ຽມ​ຄຳນັບ​ປະທານ​ປະ​ເທດ​ຫວຽດນາມ

(GMT+08:00) 2013-10-15 11:32:55     cri

ຕອນ​ເຊົ້າ​ວັນ​ທີ 14 ຕຸລາ​ນີ້,ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ, ທ່ານ​ຫຼີ​ເຄີ້ສ໋ຽງ ນາຍົກລັດຖະມົນຕີ​ຈີນ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ເຈືອງ​ເຕິ​ນຊາງ ປະທານ​ປະ​ເທດ​ຫວຽດນາມ,​ແລະ​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາຫານ​ທ່ຽງ​ທີ່​ທ່ານ​ເຈືອງ​ເຕິ​ນຊາງ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ເພື່ອ​ຕ້ອນຮັບ​ທ່ານ​ຫຼີ​ເຄີ້ສ໋ຽງ. ທ່ານ​ນາງຫງວຽນ​ທິກິມງານ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຫວຽດ​ນາມ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດ​ນາມ​ກໍ່​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ໃນ​ຄັ້ງ​ນີ້​ເຊັ່ນ​ກັນ.

ຕອນ​ເຊົ້າ​ວັນ​ທີ 14 ຕຸລາ​ນີ້,ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ, ທ່ານ​ຫຼີ​ເຄີ້ສ໋ຽງ ນາຍົກລັດຖະມົນຕີ​ຈີນ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ເຈືອງ​ເຕິ​ນຊາງ ປະທານ​ປະ​ເທດ​ຫວຽດນາມ

ທ່ານ​ຫຼີ​ເຄີ້ສ໋ຽງກ່າວ​ວ່າ, ຈີນ​ຫວຽດນາມ​ມີ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ຢ່າງ​ເລິກ​ເຊິ່ງ, ການ​ພັດທະນາ​ຂອງ​ສອງ​ປະ​ເທດ​ເປັນ​ໂອກາດ​ໃຫ້​ແກ່​ກັນ. ​ໃນ​ໄລຍະ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້, ຂ້າພະ​ເຈົ້າກັບ​ຜູ້ນຳ​ຫວຽດນາມ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ເທື່ອ​ໃໝ່​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຫວຽດນາມ, ສອງ​ປະ​ເທດ​ຍັງ​ໄດ້​​ເຊັນ​ເອກະສານ​​ແລະ​ສັນຍາ​ການ​ຮ່ວມ​ມື​ຫຼາຍ​ສະບັບ. ຫວັງ​ວ່າ,ສອງ​ຝ່າຍ​ຈະ​ຖື​ສະພາບ​ລວມ​ເປັນ​ບັນຫາ​ຕັດສິນ,ພະຍາຍາມ​ຮ່ວມ​ກັນ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ເຫຼົ່າ​ນີ້​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​. ​ໂດຍ​ສະ​ເພາະ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງປະ​ເທດ​ໃນ​ທາງ​ທະ​ເລ,ທາງບົກ​ແລະ​ທາງ​ດ້ານ​ການ​ເງິນ​ໄປ​ພ້ອມໆ​ກັນ,ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ,​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຢ່າງ​ເໝາະ​ສົມ,ຊຸກ​ຍູ້​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕົວ​ຈິງ.

ທ່ານ​ເຈືອງ​ເຕິ​ນຊາງ​ໄດ້​ສະ​ແດງຄວາມ​ຍິນ​ດີ​ຕ້ອນຮັບ​ທ່ານ​ຫຼີ​ເຄີ້ສ໋ຽງທີ່​ໄດ້​ເດີນທາງຢ້ຽມຢາມ​ຫວຽດນາມ. ທ່ານ​ກ່າວ​ວ່າ, ຫວຽດນາມ​ແລະ​ຈີນ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ສັງຄົມ​ນິຍົມ. ຫວຽດນາມ​​ໃຫ້​ຄວາມສຳຄັນ​ເປັນ​ຢ່າງ​ຍິ່ງ​ຕໍ່​ການ​ພົວພັນ​ກັບ​ຈີນ, ​ແລະ​ຍິນ​ດີ​ຍົກ​ລະດັບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ. ສອງ​ຝ່າຍ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ,​ທາງ​ບົກ​ແລະ​ທາງ​ດ້ານ​ການ​ເງິນ​ໄປ​ພ້ອມໆ​ກັນ, ຊຶ່ງ​ເປັນ​​ແນວ​ຄວາມ​ຄິດ​ທີ່​ສຳຄັນ​ແຫ່ງ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​​ໄລຍະ​ໃໝ່, ​ເຊື່ອ​ວ່າ,ມັນ​ຈະ​ພາ​ໃຫ້ການ​ພົວພັນລະຫວ່າງ​ຫວຽດນາມ​ຈີນ​ໄດ້​ມີ​ການ​ພັດທະນາຂຶ້ນ​ຫຼາຍ​ກວ່າ​ເກົ່າ.