ນາຍົກລັດຖະມົນຕີຣັດ​ເ​ຊຍຈະ​ຢ້ຽມຢາມ​ຈີນ​ແລະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ພົບ​ປະ​ເປັນ​ປະຈຳ​ຄັ້ງ​ທີ 18​ຂອງ​ນາ​ຍົກ​ຈີນ​ຣັດ​ເຊຍ

(GMT+08:00) 2013-10-15 11:42:01     cri
ວັນ​ທີ 14 ຕຸລາ​ນີ້,ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ​ຂອງ​ຈີນ, ທ່ານ​ນາງ​ຮົ໋ວຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຫຼີ​ເຄີ້ສ໋ຽງ ນາຍົກ​ລັດຖະມົນ​ຕີ​ຈີນ, ທ່ານ​ເມັດ​ເວ​ເດັຟ ນາຍົກລັດຖະມົນຕີຣັດ​ເຊຍ​ຈະ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 22 ຫາ​ວັນ​ທີ 23 ຕຸລາ​ນີ້. ທ່ານຫຼີ​ເຄີ້ສ໋ຽງ​ແລະ​ທ່ານ​ເມັດ​ເວ​ເດັຟຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ​ເປັນ​ປະຈຳ​ຄັ້ງ​ທີ 18 ຂອງ​ນາຍົກລັດຖະມົນຕີຈີນ-ຣັດ​ເຊຍ.

ທ່ານ​ນາງ​ຮົ໋ວຊຸ່ນຢິງກ່າວ​ວ່າ, ​ໃນ​ໄລຍະ​ທ່ານ​ເມັດ​ເວ​ເດັຟຢ້ຽມຢາມຈີນ,ທ່ານ​ນາຍົກ​ຫຼີ​ເຄີ້ສ໋ຽງ​​ແລະ​ທ່ານ​ນາຍົກ​ເມັດ​ເວ​ເດັຟຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ​ເປັນ​ປະຈຳ​ຄັ້ງ​ທີ 18 ຂອງ​ນາຍົກລັດຖະມົນຕີຈີນ-ຣັດ​ເຊຍ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​​ແລະ​ຜູ້ນຳ​ຈີນ​ທ່ານ​ອື່ນໆ​ຈະ​ພົບ​ປະ​ກັບ​ທ່ານ​ເມັດ​ເວ​ເດັຟ. ນອກຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແລ້ວ, ທ່ານ​ເມັດ​ເວ​ເດັຟຍັງ​ຈະ​​ໄປ​ຢ້ຽມຢາມ​ແຂວງ​ອ່ານ​ຮຸ່ຍ​ອີກ​ດ້ວຍ.

ທ່ານ​ນາງ​ຮົ໋ວຊຸ່ນຢິງກ່າວ​ວ່າ, ກາ​ນພົບ​ປະ​ຂອງ​ນາຍົກລັດຖະມົນຕີສອງ​ປະ​ເທດ​ໃນ​ຄັ້ງ​ນີ້​ແມ່ນການ​ພົບ​ປະ​ຄັ້ງ​ທຳ​ອິດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຣັດ​ເຊຍ​ພາຍ​ຫຼັງ​ລັດ​ຖະ​ບານ​ຈີນ​ຊຸດ​ໃໝ່​ສ້າງ​ຕັ້ງ​ຂຶ້ນ, ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຕໍ່​ການ​ສືບ​ຕໍ່​ລົງ​ເລິກ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ສະ​ຖາ​ນະ​ການ​ໃໝ່.