ຈີນ​ກ່າວ​ປະນາມ​ຕໍ່​ການ​ປະພຶດ​ຊົ່ວ​ຂອງກຸ່ມ​ດາ​ໄລລາ​ມາທີ່​ຢຽບ​ຢ່ຳສິດ​ຂອງ​ເດັກນ້ອຍ

(GMT+08:00) 2013-10-15 20:01:14     cri
​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນວັນ​ທີ 15 ຕຸລາ​ນີ້, ທ່ານ​ນາງ​ຮ້ວາ​ຊຸ່ນອິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​​ໄດ້​ມີ​ຄວາມ​​ສົນ​ໃຈ​ຕໍ່​ການ​ລາຍ​ງານ​ຂ່າວຂອງ​ສື່​ມວນ​ຊົນ​ສະ​ວິສກ່ຽວ​ກັບ​ກຸ່ມ​ດາ​ໄລລາ​ມາບັງຄັບ​ໃຫ້ລູກ​ຂອງ​ປະຊາຊົນ​ເຜົ່າ​ຕິ​ເບ​ດ​​ໄປ​ຝາກ​ລ້ຽງ​ຢູ່​ສະ​ວິສໂດຍ​ເສກ​ສັນ​ປັ້ນ​ແຕ່ງວ່າ​ເດັກ​ເຫຼົ່າ​ນີ້​ເປັນ​ເດັກ​ກຳພ້າ​ກຳພອຍ, ຈີນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ປະພຶດ​ຊົ່ວຂອງ​ກຸ່ມ​ດາ​ໄລ​ລາມາທີ່​ຢຽບ​ຢ່ຳ​ສິດ​ຂອງ​ເດັກນ້ອຍ​ແລະ​ລະ​ເມີດຄຸນສົມບັດ​ແລະ​ມະນຸດ​ສຳພັນ ​ຢ່າງ​ໜັກໜ່ວງ.

ຫວ່າງ​ມໍ່​ໆ​ມາ​ນີ້, ໜັງສືພິມ​ນິວຊູ​ເອີ​ເຊີ ທຸງ​ຫຼື NZZຂອງ​ສະ​ວິສ​ໄດ້​ພິມ​ບົດ​ຄວາມ​ສອງ​ບົດ​ທີ່​ມີຫົວ​ເລື່ອງ​ວ່າ "​ເດັກ​ກຳພ້າ​ກຳພອຍ​ເຜົ່າ​ຕິ​ເບ​ດບໍ່​ແມ່ນ​ເດັກ​ກຳພ້າ​ແທ້"​ແລະ "ຄວາມຂໍອະ​ໄພຂອງ​ພະ​ດາ​ໄລລາ​ມາ​ມີ​ຄວາມ​ສຳຄັນ​ຫຼາຍ" ​ໂດຍໄດ້​ເຜີຍ​ໃຫ້​ຮູ້​​ເບື້ອງ​ຫຼັງ​ກ່ຽວ​ກັບກຸ່ມ​ດາ​ໄລລາ​ມາ​​ເສກ​ສັນ​ປັ້ນ​ແຕ່ງແນວ​ໃດກ່ຽວ​ກັບເດັກ​​ເຫຼົ່າ​ນີ້ເປັນ​ເດັກ​ກຳພ້າ​ກຳພອຍ​ດ້ວຍ​, ​ບັງຄັບ​ໃຫ້ລູກ​ຂອງ​ປະຊາຊົນ​ເຜົ່າ​ຕິ​ເບ​ດ​ໄປ​ຝາກ​ລ້ຽງ​ຢູ່​ສະ​ວິສ.

ຂ່າວ​ແຈ້ງວ່າ, ຕາມ​ການ​ລາຍ​ງານ​ທີ່​ກ່ຽວຂ້ອງ, ​ໃນ​ຊຸມ​ປີ 60 ຂອງ​ສະຕະວັດ 20 ທີ່​ຜ່ານ​ມາ, ພະ​ດາ​ໄລລາ​ມາ​ອົງທີ 14 ​ໄດ້ສົມຮູ້​ຮ່ວມ​ຄິດ​ກັບ​ນັກທຸລະກິດ​ຂອງ​ສະ​ວິສ, ຂືນຍາດ​ເອົາເດັກນ້ອຍຂອງ​ຄອບຄົວ​ເຜົ່າ​ຕິ​ເບ​ດ​ເກືອບ 200 ຄົນ​​ແລະ​ຫາ​ຂໍ້ອ້າງ​ວ່າ​ເດັກນ້ອຍ​ເຫຼົ່າ​ນີ້​ເປັນ​ເດັກ​ກຳພ້າ​ກຳພອຍ, ​ແລ້ວ​ສົ່ງ​ໄປ​ຝາກ​ລ້ຽງ​ຢູ່​ສະ​ວິສ.