ພະນັກງານແພດ​ໝໍ​ຂອງ​ໂຮງ​ໝໍ​​ໃຫຍ່​ຂອງກອງທັບ​ເຮືອ​ຈີນ​ໄດ້​ສຳ​ເລັດໜ້າ​ທີ່​ທີ່​ມີ​ຊື່ວ່າ "ພາລະກິດ​ທີ່ກົມກຽວ​ກັນ-2013ຢ່າງ​ຈົບງາມ​ແລ້ວ​ກັບ​ຄືນ​ຮອດນະຄອນຫຼວງ​ປັກ​ກິ່ງ

(GMT+08:00) 2013-10-15 20:01:56     cri
ວັນ​ທີ 13 ຕຸລາ​ນີ້, ​ພະນັກງານແພດ​ໝໍຂອງ​ໂຮງໝໍ​ໃຫຍ່​ຂອງ​ກອງທັບ​ເຮືອ​ຈີນ​ໄດ້​ເດີນທາງ​ກັບ​ຄືນ​ຮອດ​ນະຄອນຫຼວງ​ປັກ​ກິ່ງ ​ເປັນ​ເວລາ 4 ​ເດືອນ​ກວ່າ​ຜ່ານ​ມາ,ທີ່​ພະນັກງານ​ແພດ​ໝໍ​ຂອງ​ໂຮງໝໍ​ໃຫຍ່​ຂອງ​ກອງທັບ​ເຮືອ​ຈີນ 66 ຄົນ ​ແລະ​ແພດ​ໝໍ​ຂອງ​​ໂຮງໝໍອື່ນໆ​ໄດ້​ຮ່ວມ​ກັນປະກອບ​ເປັນ​ໂຮງໝໍ​ເທິງ​ທະ​ເລ​ຂອງ​ກຳ​ປັ່ນ​ໂຮງໝໍ "​ເຮີ​ເຜິ​ງຟ່າງ​ໂຈ່​ວ", ​ໂດຍ​ໄດ້​ເດີນທາງ​ໄປ​ກວດກາ​ສຸຂະພາບ​ແລະ​ປິ່ນປົວ​ໃຫ້​ປະຊາຊົນ​ບຼູ​ໄນ, ມານ​ດິຟ, ປາ​ກີ​ສະຖານ, ອິນ​ເດຍ, ບັງ​ກາ​ລາ​ເດັດ, ມຽນມາ, ອິນ​ໂດ​ເນ​ເຊຍ​ແລະ​ກຳປູ​ເຈຍຕາມລຳດັບ, ​ແລະ​ໄດ້ເດີນທາງ​ໄປ​ຮອດ​ອ່າວ​ອາ​​ເດັ່ນ​ເພື່ອ​ສະໜອງ​ການ​ບໍລິການ​ດ້ານ​ການ​ປິ່ນປົວ​ໃຫ້​ແກ່​ກຳ​ປັ່ນ​ປ້ອງ​ກັນ​ຂອງ​ຈີນ​ແລະ​ຕ່າງປະ​ເທດ, ​ໄດ້​ສຳ​ເລັດ​ໜ້າ​ທີ່ຊ້ອມ​ຮົມ​ຮ່ວມ, ການ​ບໍລິການ​ດ້ານ​ການ​ປິ່ນປົວ, ການວາງສະ​ແດງແລກປ່ຽນ​ແລະ​ອື່ນໆ​ຢ່າງ​ຈົບງາມ.