ເກີດ​ແຜ່ນດິນ​ໄຫວທີ່​ມີ​​ແຮງ​ສັ່ນ​ສະ​ເທືອ​ນ 7,2​ລິກ​ເຕີ​ຢູ່​ຟີ​ລິບ​ປິນ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 93 ຄົນ

(GMT+08:00) 2013-10-16 16:19:24     cri
ຕອນ​ເຊົ້າ​ວັນ​ທີ 15 ຕຸລາ​ນີ້,ຢູ່​ເກາະ​ໂບ​ໂຮ​ນ ທາງ​ພາກ​ກາງຂອງ​ຟີ​ລິບ​ປິນ​ໄດ້​ເກີດ​ແຜ່ນດິນ​ໄຫວ​ທີ່​ວັດ​ແຮງ​ສັ່ນ​ສະ​​ເທືອ​ນ​ໄດ້ 7,2 ລິກ​ເຕີ, ນັບ​ມາ​ຮອດ​ຕອນ​ຄ່ຳ​ວັນ​ທີ 15 ຕຸລາ​ນີ້, ​ໄພ​ແຜ່ນດິນ​ໄຫວຄັ້ງ​ຮ້າຍ​ແຮງເທື່ອ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 93 ຄົນ.

ແຜ່​ນດິນ​ໄຫວ​​ເທື່ອນີ້​ໄດ້​ເຮັດ​ໃຫ້ຕົວ​ເມືອງ​ທີ່ຢູ່​ບໍລິ​ເວນ​ອ້ອມ​​ແອ້ມ​ໃຈກາງ​ແຜ່ນດິນ​ໄຫວ​ໄດ້​ເກີດ​​ເຫດການ​ຢຽບ​ກັນຕາຍ 2 ຄັ້ງ. ​ໃນ​ນັ້ນ, ຄັ້ງ​ໜຶ່ງ​ແມ່ນ​ເກີດ​ຂຶ້ນ​ຢູ່ສູນອອກກຳລັງ​ກາຍ​ແຫ່ງ​ໜຶ່ງ​ທີ່ຢູ່ນະຄອນ​ເຊ​ບູ, ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ 5 ຄົນ, ບາດ​ເຈັບ 8ຄົນ. ​ແຕ່​ເນື່ອງ​ຈາກ​ວ່າ,​​​ເວລາ​ທີ່​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ພໍດີ​​ແມ່ນ​ຍາມ​ພັກ​ລັດຖະການ​ຂອງ​ຟີ​ລິບ​ປິນ, ອົງການ​ຫຼືສຳນັກງານ​ລັດ​ແລະ​ໂຮງຮຽນ​ໄດ້​ປິດ​ປະຕູ, ຊຶ່ງ​ເປັນ​ສາ​ເຫ​ດທີ່​ເຮັດ​ໃຫ້​ຈຳນວນ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຫຼຸດ​ໜ້ອຍ​ລົງ​ໃນ​ລະດັບ​ໃດ​ໜຶ່ງ.

ວັນ​ທີ 15 ຕຸລາ​ນີ້, ລັດຖະບານຟີ​ລິບ​ປິນກ່າວ​ວ່າ, ປະຈຸ​ບັນ, ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ກຳລັງ​ພະຍາຍາມ​​ເດີ​ນທາງ​ໄປ​ສູ່​ຫຼາຍ​ເຂດທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໜັກໜ່ວງທີ່​ສຸດ​ຂອງ​ເກາະ​ໂບ​ໂຮ​ນ, ​ແຕ່​ຍ້ອນ​ວ່າ​ເສັ້ນທາງ​ແລະ​ຂົວ​​ໄດ້​ຮັບຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ, ​ໄຟຟ້າ​ຖືກ​ຕັດຂາດ, ຍົນ​ເຮ​ລິ​ກົບ​ແຕການ​ທະຫານ​ກໍ່​ບໍ່​ສາມາດ​ບິນ​ໄປ​ເຖິງ​ເຂດ​ປະສົບ​ໄພ​ດັ່ງກ່າວ​ໄດ້​ຍ້ອນ​ສະພາບ​ອາກາດ​ບໍ່​ດີ, ສະ​ນັ້ນ,ຈຳນວນ​ຄົນ​ເສ​ຍຊີວິດ​ຍັງ​ອາດ​ຈະ​ເພີ່ມ​ຂຶ້​ນຕື່ມ​ອີກ.