ນາຍົກລັດຖະມົນຕີຈີນຝາກ​ຄວາມ​ຫວັງ​ນຳ​ຊາວ​ໜຸ່ມ​ຈີນ​ແລະ​ຫວຽດນາມ​​ໃຫ້ສື​ບທອດ​ມິດຕະພາບ​ຈີນ​-ຫວຽດນາມ​ຕະຫຼອດ​ໄປ

(GMT+08:00) 2013-10-16 16:22:13     cri
ວັນ​ທີ 15 ຕຸລາ​ນີ້, ທ່ານ​ຫຼີ​ເຄີ້ສ໋ຽງ ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ໄປ​ເຖິງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ໂຮ່​ໂນ້ຍຫວຽດນາມ​​​ເພື່ອ​ພົບ​ປະ​​ສົນທະນາ​ກັບ​ຊາວ​ໜຸ່ມ​ຈີນ​ແລະ​ຫວຽດນາມ.

ທ່ານ​ຫຼີ​ເຄີ້ສ໋ຽງກ່າວ​ວ່າ, ພື້ນ​ຖານ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ແມ່ນ​ຢູ່​ກັບ​ປະຊາຊົນ, ສ່ວນ​ອະນາຄົດ​ຂອງ​ມິດຕະພາບ​ແມ່ນ​ຢູ່​ກັບ​ຊາວ​ໜຸ່ມ. ທ່ານ​ໄດ້​ຝາກຄວາມ​ຫວັງ​ນຳ​ຊາວ​ໜຸ່ມ​ຈີນ​ແລະ​ຫວຽດນາມ​ໃນ 3 ຂໍ້,ຄື ໜຶ່ງ, ຕັ້ງ​ອຸດົມ​ການ​ທີ່​ເປັນ​ຜູ້​ສືບ​ທອດ​ມິດ​ຕະ​ພາບ​ຈີນ​ຫວຽດ​ນາມ,​ເປັນ​ຜູ້​ທີ່​ມີ​ສ່ວນຮ່ວມ​ຢ່າງ​ຫ້າວຫັນ​ແລະ​ຜູ້​ທີ່​ມີ​ຄວາມ​​ເດັດດ່ຽວ​ໜຽວ​ແໜ້ນ​ໃນ​ການ​ຊຸກຍູ້​ພາລະກິດ​ອັນ​ຍິ່ງ​ໃຫຍ່​​ແຫ່ງ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ, ນຳ​ໃຊ້​​ຊີວິດທີ່ສົດ​​ໃສ​ຍາມໄວ​ໜຸ່ມ​ໃຫ້​ມີ​ຄຸນ​ປະ​​ໂຫຍ​ດ, ສ້າງ​ພື້ນຖານ​ວິຊາ​ການທີ່​ໜັກ​ແໜ້ນ, ບໍ່​ພຽງ​ແຕ່​ຮັບ​ໃຊ້​ປະ​ເທດຊາດ​ຂອງ​ຕົນ​ເທົ່າ​ນັ້ນ,ຍັງ​ຄວນ​ປະກອບສ່ວນ​ເຂົ້າ​ໃນ​ມິດຕະພາບ​ຈີນ-ຫວຽດນາມ​ອີກ​ດ້ວຍ. ສາມ, ​ເພີ່ມ​ທະວີ​ມິດຕະພາບ​ດ້ວຍ​ການ​ໄປມາຫາສູ່​ກັນ.ລັດຖະບານ​ຈີນ​ຈະ​ເພີ່ມ​ຈຳນວນ​ທຶນ​ການ​ສຶກສາ​ໃຫ້​ນັກ​ສຶກສາຫວຽດນາມ​ໄປ​ຄົ້ນຄວ້າ​ຮ່ຳຮຽນ​ຢູ່​ຈີນ​ໃຫ້​ຫຼາຍ​ຂຶ້ນ​ອີກ.

ສຸດ​ທ້າຍ, ທ່ານ​ຫຼີ​ເຄີ້ສ໋ຽງກ່າວ​ວ່າ, ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​​ເຕັມ​ປ່ຽມ​ຕໍ່ອະນາຄົດ​ຂອງ​ການ​ພົວພັນ​ຈີນ-ຫວຽດນາມ. ຂໍ​ແຕ່​ຊາວ​ໜຸ່ມ​ສອງ​ປະ​ເທດ​ຮ່ວມ​ມື​ກັນ, ມິດຕະພາບ​ຈີນ-ຫວຽດນາມ​ກໍ່​ຈະ​ສາມາດ​ສື​ບທອດ​ຂະຫຍາຍຕົວ​ໄປ​ຕາມ​ທຸກ​ເຊັ່ນ​ຄົນ​ໄດ້ຢ່າງ​ແນ່ນອນ.

ພາຍຫຼັງກິດຈະກຳ​ແລກປ່ຽນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ທ່ານ​ຫຼີ​ເຄີ້ສ໋ຽງ​ໄດ້​ມອບ​ປຶ້ມ​ພາສາ​ຈີນ​ໃຫ້​ຊາວ​ໜຸ່ມ​ທັງຫຼາຍ​ແລະ​ຖ່າຍ​ຮູບ​ຮ່ວມ​ເພື່ອ​ເປັນ​ທີ່​ລະນຶກ​.