ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ສືບ​ຕໍ່​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ຢ້ຽມ​ຢາມ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ

(GMT+08:00) 2013-10-16 16:25:08     cri
ຫຼາຍ​ມື້​ມາ​ນີ້, ສື່​ມວນ​ຊົນ​ຕ່າງປະ​ເທດ​​ໄດ້​ສືບຕໍ່​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ນຳ​ການ​ຢ້ຽມຢາມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​​ຂອງ​ທ່ານ​ຫຼີ​ເຄີ້ສ໋ຽງ ພ້ອມ​ດ້ວຍ​ການ​ຢ້ຽມຢາມ​ຫວຽດນາມທີ່​ເປັນ​ປະ​ເທດ​ສຸດ​ທ້າຍ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ, ຊຶ່ງ​ເຫັນ​ວ່າ, ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ​ຫຼີ​ເຄີ້ສ໋ຽງຈະ​ເພີ່ມ​ທະວີ​ມິດຕະພາບ​​ແລະ​ການ​ຮ່ວມ​ມື​ໃນ​ຫຼາຍ​ລະດັບ​ລະຫວ່າງ​ຈີນ​ກັບ​ຫວຽດນາມ, ການ​ຢ້ຽມຢາມ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ທ່ານຈະ​ຊຸກຍູ້​ການ​ພົວພັນ​ຈີນ-ອາ​ຊຽນ​ໃນ​ອະນາຄົດ​ຈະ​ກ້າວ​ໄປ​ສູ່​ການ​ພັດທະນາ​ຢ່າງຮອບດ້ານ.

ໜັງສືພິມ​ຂ່າວສານ​ຫວຽດນາມຫຼືVietnamNews ສະບັບ​ວັນ​ທີ 15 ຕຸລາ​ນີ້​ໄດ້​ລົງ​ພິມ​ບົດ​ລາຍ​ງານ​ຂ່າວກ່ຽວ​ກັບການຢ້ຽມຢາມ​ຫວຽດ​ນາມ​ຂອງ​ທ່ານ​ຫຼີ​ເຄີ້ສ໋ຽງໃນ​ໜ້າ​ທຳ​ອິດ​ໂດຍ​ຂຽນ​ວ່າ,  ການ​ຢ້ຽມຢາມ​ຂອງ​ນາຍົກລັດຖະມົນຕີ​ຈີນ​ຈະ​ຊ່ວຍ​ຊຸກຍູ້​ການ​ລົງ​ເລິກ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ພັກ ສອງ​ລັດ​ແລະ​ປະຊາຊົນ​ສອງ​ຊາດ.

ໜັງສືພິມ​ປະຊາຊົນ​ລາຍ​ວັນ​ທີ່​ເປັນ​ສຽງ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຫວຽດນາມ​ໄດ້​ລົງ​ພິມ​ບົດ​ນຳ​ທີ່​ໃສ່​ຫົວ​ຂໍ້​ວ່າ, ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ​-ຈີນ, ບົດ​ຄວາມ​ຂຽນ​ວ່າ, ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ​ຫຼີ​ເຄີ້ສ໋ຽງມີ​ຈຸດປະສົງ​ເພື່ອ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ​ກັບຈີນ​ ​ຊຶ່ງ​ໃນ​ນັ້ນ​ລວມ​ເຖິງ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ,​ເສດຖະກິດ,ການ​ຄ້າ​ແລະ​ການ​ລົງທຶນ,​ເພື່ອລົງ​ເລິກ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ​ຈີນຕື່ມ​ອີກ ພາຍ​​ໃຕ້​ສະຖານະ​ການ​ໃໝ່, ປະກອບ​ສ່ວນ​ເຂົ້າ​ໃນ​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮຶ​ອງຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

ໜັງສືພິມ​ຫຼຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ໄດ້​ລົງ​ພິມ​ບົດ​ນຳ​ໂດຍ​ຂຽນ​ວ່າ, ປະທານ​ປະ​ເທດຈີນ​ແລະ​ນາຍົກລັດຖະມົນຕີຈີນ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້​ຕາມ​ລຳດັບ, ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ້ນຳ​ຈີນ​ໄດ້​ຖື​ການ​ປັບປຸງ​ແລະ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ເປັນ​ວຽກ​ງານ​ສຳຄັນ​ທີ່​ສຸດ, ​ແລະ​ພະຍາຍາມ​ສືບ​ຕໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ,ການ​ເງິນ​ແລະ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ.

ຂ່າວ​ສານ​ອາ​ເປ​ຂອງ​ອາ​ເມ​ລິ​ກາ​ໄດ້​ລາຍ​ງານ​​ສະ​ເພາະ​ກ່ຽວ​ກັບ​ທ່ານ​ນາຍົກ​ຫຼີ​ເຄີ້ສຽງ​ກ່າວ​ປາຖະກະຖາ​ຢູ່​ລັດຖະສະພາ​ໄທ, ການ​ລາຍ​ງານ​ຂ່າວ​ຊີ້​ອອກ​ວ່າ, ນີ້​ແມ່ນ​ຜູ້ນຳ​ຕ່າງປະ​ເທດ​ຜູ້​ທຳ​ອິດ​ທີ່​ກ່າວ​ປາຖະກະຖາ​ຢູ່​ລັດ​ຖະສະພາ​ໄທ​ໃນ 10 ກວ່າ​ປີຜ່ານມາ. ຊຶ່ງສະ​ແດງ​ໃຫ້​ເຫັນ​ວ່າ, ຖານະ​ບົດບາດ​ຂອງ​ຈີນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ກຳລັງ​​​ເປີດ​ກວ້າງ​ອອກ​ຕື່ມ​ອີກ.