ໃນ​ເວລາກ່າວ​ຄຳ​ປາ​ໄສ​ໃນງານ​ລ້ຽງ​ອາຫານ​ທ່ຽງ​ຂອງ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ຈີນ-ຫວຽດນາມ ທ່ານ​ຫຼີ​ເຄີ້ສຽງ​ໄດ້​ເນັ້ນ​ໜັກ​ຫັນ​ໂອກາດ​ການ​ຮ່ວມ​ມື​ໃຫ້​ເປັນ​ຜົນຕົວ​ຈິງ ສ້າງ​ສະຖານະ​ການ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ທີ່​ຕິດ​ແທດຕົວ​ຈິງ​ລະຫວ່າງ​ຈີນ-ຫວຽດນາມ

(GMT+08:00) 2013-10-16 16:13:41     cri


ວັນ​ທີ 15 ຕຸລາ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ແລະ ທ່ານ​ຫງວຽນ​​ເຕິ​ນຢຸງ ນາຍົກລັດຖະມົນຕີຫວຽດນາມ​ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ງານລ້ຽງ​ອາຫານ​ທ່ຽງ​ຂອງ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ຈີນ-ຫວຽດນາມ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ ​ແລະ​ກ່າວ​ຄຳ​ປາ​ໄສ​ໃນງານ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ຫວຽດນາມ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ມີ​ຄວາມ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ. ຜົນ​ປະ​ໂຫຍ​ດຮ່ວມ​ລະຫວ່າງ​ສອງ​ປະ​ເທດ​ຫຼາຍ​ກວ່າ​ຄວາມ​ຂັດ​ແຍ່ງ​​ຢ່າງຫຼວງ​ຫຼາຍ, ຄວນ​ປະສົມປະສານ​​ຍຸດ​ທະ​ສາດ​ດ້ານ​ການ​ພັດທະນາ​ຂອງ​ຕົນຢ່າງ​ກົມກຽວ​ກັນ, ຖື​ຕະຫຼາດ​ເປັນທິດຊີ້​ນຳ, ຖື​ວິ​ສາ​ຫະກິດ​ເປັນ​ຫຼັກ, ​ເສີມ​ຂະຫຍາ​ຍບົດບາດນຳ​ພາ​ຂອງ​ລັດຖະບານ, ​ເລັ່ງລັດ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ລວມທັງ​ຮ່ວມ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ, ຊຸກຍູ້​ການ​ຄ້າ​ຢ່າງ​ເສລີ, ຕັ້ງໜ້າ​ເປີດ​ກວ້າງ​ການ​ລົງທຶນ​ເຊິ່ງກັນ​ແລະ​ກັນ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ພາຍ​ໃຕ້​ຂອບ​ອາ​ຊຽນ.

ທ່ານ​ຫຼີ​ເຄີ້ສຽງ​ຊີ້​ອອກ​ວ່າ, ຈີນ-ຫວຽດນາມ​ຄວນ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ, ຫັນ​ໂອກາດ​ການ​ຮ່ວມ​ມື​ໃຫ້​ເປັນ​ຜົນຕົວ​ຈິງ. ຫວັງ​ໃຫ້​ນັກທຸລະກິດ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສ້າງ​ສະພາບການໃໝ່​​​ແຫ່ງ​ການ​ຮ່ວມ​ມື​​​ທີ່​ຕິດ​ແທດ​ຕົວ​ຈິງ​ລະຫວ່າງ​ຈີນ-ຫວຽດນາມ, ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​​ກວ່າ​ເກົ່າເຂົ້າ​ໃນ​ການ​ພັດທະນາ​ໃໝ່ແລະ​ຄວາມ​ກ້າວ​ໜ້າ​ໃໝ່​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ຫງວຽນ​ເຕິ​ນຢຸງກ່າວວ່າ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແມ່ນ​ເສົາຄ້ຳຫຼັກຂອງ​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບສອງ​ປະ​ເທດ, ສອງ​ຝ່າຍລ້ວນ​​ແຕ່​ເປັນ​ໂອກາດຂອງ​ການ​ພັດທະນາຊຶ່ງ​ກັນ​ແລະ​ກັນ. ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ທີ່ສອງ​ປະ​ເທດ​ໄດ້​ບັນລຸໃນ​ການຢ້ຽມຢາມ​ຄັ້ງ​ນີ້, ​ໄດ້​ສ້າງ​ພື້ນຖານ​ທີ່​ສຳຄັນ​​ໃຫ້​ແກ່ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍໃນ​ຂົງ​ເຂດ​ຕ່າງໆ. ຫວຽດນາມ​ຍິນ​ດີ​ສະໜອງ​ເງື່ອນ​ໄຂ​ທີ່​ສະດວກ​ສະບາຍ​ໝົດ​ທຸກ​ຢ່າງ​ໃຫ້​ແກ່​ວິ​ສາ​ກະ​ກິດ​ຈີນ​ທີ່​ໄປ​ລົງທຶນ​ຢູ່​ຫວຽດນາມ, ​ເຮັດ​ໃຫ້​ມິດຕະພາບ​ລະຫວ່າງຫວຽດນາມ-ຈີນ​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ​ຕື່ມໂດຍຜ່ານ​ການ​ຮ່ວມ​ມື.