ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແນະນຳ​ໃຫ້​ຮູ້ສະພາບຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​ກອບ​ກູ້​ຊ່ວຍ​ເຫຼືອ​ລູກ​ເຮືອ​ທີ່​ປະສົບ​ໄພ​ໃນ​ອຸປະຕິ​ເຫດ​ເຮືອຫຼົ້ມ​ຂອງ​ສ.​ເກົາຫຼີ

(GMT+08:00) 2013-10-16 20:07:33     cri
ຕາມ​ຂ່າວສານ​ຊີ​ນຮວາ: ຕອນບ່າຍ​ວັນ​ທີ 16 ຕຸລາ​ນີ້, ທ່ານ​ນາງ​ຮ້ວາ​ຊຸ່ນອິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​​ແນະນຳ​ໃຫ້​ຮູ້ສະ​ພາບຄວາມຄືບໜ້າ​ຂອງວຽກ​ງານ​ກອບ​ກູ້​ຊ່ວຍ​ເຫຼືອ​ລູກ​ເຮືອ​ທີ່​ປະສົບ​ໄພ​ໃນ​ອຸປະຕິ​ເຫດ​ເຮືອ​ຫຼົ້ມ​ຂອງ​ສ.​ເກົາຫຼີ.

ທ່ານ​ນາງ​ຮ້ວາ​ຊຸ່ນອິງ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ຕອນ​ຄ່ຳ​ວັນ​ທີ 15 ຕຸລາ​ນີ້, ​ເຮືອ​ສິນຄ້າ "​ເສີງລູ 15  "ທີ່​ບັນທຸກ​ລູກ​ເຮືອ​ຈີນ 18 ຄົນ​ແລະ​ລູກ​ເຮືອ​ຫວຽດນາມ 1 ຄົນ​ໄດ້​ຈົມ​ລົງ​ນ້ຳ​ຢູ່​ເຂດ​ທະ​ເລ​​ໃກ້​ກັບ​ໂປ​ຮາງ​ຂອງ​ ສ.​ເກົາຫຼີ​ຍ້ອນ​ອາກາດ​ບໍ່​ດີ. ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ເລື່ອງ​ນີ້, ​ໂດຍ​ໄດ້ຮຽກຮ້ອງ​ໃຫ້ສະຖານກົງ​ສຸນ​ໃຫຍ່​ຈີນປະຈຳບູຊານ​ດຳ​ເນີນ​ກົນ​ໄກ​ຮັບ​ມື​ສຸກ​ເສີນ​ໃນ​ທັນທີ, ໜ່ວຍ​ງານ​ຂອງສະຖານ​ກົງສຸນ​ໃຫຍ່​ຈີນ​ປະຈຳ​ບູຊາ​ນ​ໄດ້​ເດີນທາງ​ໄປ​ທ່າ​ກຳ​ປັ່ນ​ເຮືອ​ທີ່​ເກີດ​ເຫດ​ໂດຍ​​ດ່ວນ​ເພື່ອກວດກາ​ແລະ​ຊອກ​ຮູ້​ສະພາບ​ຕົວ​ຈິງ, ​ແລະ​​​ໄດ້ເຕືອນ​ໃຫ້​ ສ.​ເກົາຫຼີ ພະຍາຍາມ​ຊອກ​ພົບ​ລູກ​ເຮືອ​ຂອງ​ຈີນ​ຈົນສຸດຄວາມ​ສາມາດ​ຂອງ​ຕົນ.

ທ່ານ​ນາງ​ຮ້ວາ​ຊຸນ​ອິງ​ກ່າວ​ຕື່ມ​ວ່າ, ສ.​ເກົາຫຼີ​ໄດ້​ປະສານ​ສົມທົບ​ຢ່າງ​ຕັ້ງໜ້າ, ​ສົ່ງ​ກຳ​ປັ່ນ, ຍົນ ​ແລະ​ພະນັກງານ​ຈຳນວນ​ຫຼວງ​ຫຼາຍ​ໄປ​ກອບ​ກູ້​ຊ່ວຍ​ເຫຼືອ​ຜູ້​ປະສົບ​ໄພ, ປະຈຸ​ບັນ ​ໄດ້​ກອບ​ກູ້​ຜູ້​ປະສົບ​ໄພ 8 ຄົນ, ຊອກ​ພົບ​ສົບ​ຂອງ​ລູກ​ເຮືອ​ທີ່​ເສ​ຍຊີວິດ 9 ສົບ, ອີກ 2 ຄົນ​ຫາຍ​ສາບ​ສູນ. ນັບ​ມາ​ຮອດ​ປະຈຸ​ບັນ ວຽກ​ງານ​ກອບ​ກູ້​ຍັງ​ດຳ​ເນີນ​ຢູ່. ກົງສຸນ​ໃຫຍ່ຈີນ​ປະຈຳ​ບູຊາ​ນ​ໄດ້​ເດີນທາງ​​ໄປ​ໂຮງໝໍ​ທ້ອງ​ຖິ່ນ​ແລະ​ຢ້ຽມຢາມລູກ​ເຮືອ​ທີ່​ໄດ້​ຮັບ​ການ​ກອບ​ກູ້.

ທ່ານ​ນາງ​ຮ້ວາ​ຊຸ່ນອິງ​ກ່າວ​ວ່າ, ສູນ​ປ້ອງ​ກັນ​ສະຖານກົງ​ສຸນຂອງ​ກະຊວງ​ກາ​ນຕ່າງປະ​ເທດ​ຈີນ​ແລະ​ສະຖານ​ທູດ​ຈີນ​ປະຈຳ ສ.​ເກົາຫຼີ​ຈະ​ສືບ​ຕໍ່​ຕິດຕາມ​ສະ​ພາບຄວາມ​ຄືບ​ໜ້າຂອງ​ເຫດການ​ນີ້​ຢ່າງ​ໃກ້ຊິດ, ປະສານ​ງານ​ແລະ​ເຮັດ​ວຽກງານ​ຊອກ​ຫາ​ແລະ​ກອບ​ກູ້​ຜູ້​ປະສົບ​ໄພ, ປິ່ນປົວ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ແລະ​ແກ້​ໄຂ​ບັນຫາທີ່​ກ່ຽວຂ້ອງ​ອື່ນໆ​ໃຫ້​ດີ.