ບໍລິສັດ​ຟິດ ເຣດຕິງ​ສ໌ຈັດລະດັບສິນເຊື່ອຂອງ​ອາ​ເມ​ລິ​ກາ​ເຂົ້າ​ໃນບັນຊີ​ລາຍ​ຊື່​ສັງເກດການທາງ​ລົບ

(GMT+08:00) 2013-10-16 20:09:41     cri
ຕາມ​ຂ່າວສານ​ຊີ​ນຮວາ: ບໍລິສັດຟິດເຣດຕິ້ງຊຶ່ງ​ເປັນໜຶ່ງ​ໃນ​ບໍລິສັດ​ປະເມີນລະດັບສິນ​ເຊື່ອ​ສາກົນເຜີຍແຜ່ບົດລາຍງານໃນ​ວັນ​ທີ 15 ຕຸລາ​ນີ້​ໂດຍ​ກ່າວ​ວ່າ, ຍ້ອນວ່າ​ມີ​ຄວາມ​ເປັນ​ຫ່ວງ​ນຳ​ອາ​ເມ​ລິ​ກາ​ບໍ່​ສາມາດ​ຍົກ​ເພດານຂອງ​ໜີ້​ສິນຢ່າງ​​ທັນ​ການ, ບໍລິສັດ​ຟິດເຣດຕິ້ງໄດ້​ຈັດລະດັບສິນ​ເຊື່ອ AAAຂອງ​ອາ​ເມ​ລິ​ກາ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ສັງເກດການທາງ​ລົບ, ພ້ອມ​ທັງ​ຮັກສາ​ການປະເມີນລະດັບສິນເຊື່ອໃນອະນາຄົດເປັນ "ທາງລົບ".