ມຽນມາ​ຍົກ​ລະດັບ​ເຕືອນ​ໄພ​ຄວາມ​ໝັ້ນຄົງ​ທົ່ວ​ປະ​ເທດ

(GMT+08:00) 2013-10-16 16:14:16     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ15​ຕຸລາ​ນີ້, ​ເຈົ້າ​ໜ້າ​ທີ່​ມຽນມາ​ແຈ້ງວ່າ, ຍ້ອນ​ໃນຫຼາຍ​ມື້​ມາ​ນີ້, ມີ​ຫຼາຍ​ທ້ອງ​ຖິ່ນ​ຂອງ​ມຽນມາ​ໄດ້​ເກີດ​ເຫດລະ​ເບີດ​ແຕກ, ລັດຖະບານ​ມຽນມາ​ຕົກລົງ​ຍົກ​ລະດັບ​ເຕືອນ​ໄພ​ດ້ານ​ຄວາມ​ໝັ້ນຄົງ​ໃນ​ທົ່ວ​ປະ​ເທດ​.

ຕອນ​ເຊົ້າ​ມືດ​ວັນ​ທີ15​ຕຸລາ​ນີ້, ຫ້ອງ​ອາຫານ​ຊັ້ນ​ສາມ​ຂອງ​ໂຮງ​ແຮມ​ຫຼັງ​ໜຶ່ງ​ຂອງ​ເມືອງ​ຊາ​ກຽງ​ແຂວງ​ຊາ​ກຽງ​ໄດ້​ເກີດ​ເຫດການ​ລະ​ເບີດ, ​ແຕ່​ບໍ່​ມີຄົນ​ເສຍ​ຊີວິດ​ແລະ​ໄດ້​ຮັບ​ບາດ​ເຈັບ. ກ່ອນ​ໜ້າ​ນີ້, ຕອນ​ຄ່ຳ​ວັນ​ທີ11​ຕຸລາ​ນີ້, ຣີຊອດ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ຕຸ​ນກູ​ແຂວງ​ບາ​ໂກ​ໄດ້​ເກີດ​ເຫດ​ການລະ​ເບີດ, ​ເຮັດ​ໃຫ້​ຜູ້​ຊາຍຄົນໜຶ່ງ​ແລະ​​ແມ່ຍິງຄົນໜຶ່ງ​ເສຍ​ຊີວິດ; ຕອນ​ບ່າຍ​ວັນ​ທີ13​ຕຸລາ​ນີ້, ​ເມືອງ​ທາ​ກາ​ຕາ​​ນະຄອນຢາງ​ກຸ້ງ​ໄດ້​ເກີດ​ເຫດການ​ລະ​ເບີດ, ມີ​ຊາຍໜຸ່ມ​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ; ຕອນ​ກາງຄືນ​ວັນ​ທີ14​ຕຸລາ​ນີ້, ​ໂຮງ​ແຮມລະດັບ4​ດາວ​ແຫ່ງ​ໜຶ່ງ​ຢູ່​ໃຈກາງ​ນະຄອນຫຼວງ​ຢາ​ງກຸ້ງ​ໄດ້​ເກີດ​ເຫດການ​ລະ​ເບີດ, ມີ​ນັກ​ທ່ອງ​ທ່ຽວ​ຍິງ​ຜູ້​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ແລະ​ຊາວ​ມຽນມາ​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ວັນ​ທີ14​ຕຸລາ​ນີ້, ທ່ານ​ອູ​ເຢຕຸ​ດ ​ໂຄສົກ​ທຳນຽບປະທານາທິບໍດີ​ມຽນມາ​ໄດ້​ອອກ​ຄຳ​ວິຈານ​ຕໍ່​ເຫດການ​ລະ​ເບີດ​ວ່າ, ​ເນື່ອງ​ໃນ​ໂອກາດ​ທີ່​ມຽນມາ​ຈະ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງອາ​ຊຽນ​ແລະ​ຈະ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ຊີ​ເກ​ມ, ພວກ​ຄົນ​ບໍ່​ດີ​ໄດ້​ກໍ່​ເຫດການ​ລະ​ເບີດ​ເຫຼົ່າ​ນີ້ ​ໂດຍມີ​ເຈດ​ຈຳນົງ​ເພື່ອ​ທຳລາຍ​ພາບ​ພົດ​​ຂອງ​ມຽນມາ​ໃນ​ເວລາ​ທີ​ສາກົນ.