ບໍລິສັດ​ການບິນ​ລາວ​ປະກາດ​ວ່າ 49 ຄົນ​ທີ່​ຢູ່​ໃນ​ຍົນ​ທີ່​ຕົກ​ໃນ​ແມ່​ນ້ຳຂອງ​ນັ້ນ​ເສຍ​ຊີວິດ​ໝົດ

(GMT+08:00) 2013-10-17 10:36:46     cri
ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ຕອນ​ເຊົ້າ​ວັນ​ທີ 16 ຕຸລາ​ນີ້​ເວລາ 9 ​ໂມງ​ຕາມ​ເວລາ​ວຽງ​ຈັນ, ບໍລິສັດ​ການບິນ​ລາວ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ຢູ່​ທີ່​ສຳນັກງານ​ໃຫຍ່​ທີ່​ນະຄອນຫຼວງ​ວຽງ​ຈັນ,​ໂດຍ​ປະກາດ​ວ່າ​: ຜູ້​ໂດຍສານ 44 ຄົນ​ແລະສະມາຊິກ 5 ຄົນ​ຂອງ​ໜ່ວຍ​ງານ​ການບິນ​ໃນ​ຍົນ​ທີ່​ເກີດ​ເຫດ​ນັ້ນ​ທັງ​ໝົດ 49 ຄົນ​ເສຍ​ຊີວິດ​ໝົດ. ສາ​ເຫດ​ຂອງ​ການ​ເກີດ​ເຫດ​ກຳລັງ​ສຳ​ຫຼວດຢູ່.

​ໃນ​ຈຳນວນຜູ້​ໂດຍສານ 44 ຄົນ​ມີ:ຄົນ​ຈີນ 2 ຄົນ,ຄົນ​ລາວ 17 ຄົນ, ຄົນ​ໄທ 5 ຄົນ, ຄົນ​ຫວຽດນາມ 2 ຄົນ, ຄົນ​ມາ​ເລ​ເຊຍ 1 ຄົນ, ຄົນ​ອົສຕຼາລີ 5 ຄົນ, ຄົນສ.​ເກົາຫຼີ 3 ຄົນ, ຄົນ​ຝຣັ່ງ 7 ຄົນ, ຄົນ​ອາ​ເມ​ລິ​ກາ 1 ຄົນ​ແລະ​ຄົນ​ກາ​ນາ​ດາ 1 ຄົນ.
ຍ້ອນ​ຝົນຕົ​ກໜັກ​ແລະ​ລົມ​ແຮງ, ຍົນ​ໂດຍສານ ATR72 ຖ້ຽວ​ທີ່ Qv301 ຂອງ​ບໍລິສັດ​ການບິນ​ລາວ​ທີ່​ບິນ​ຈາກ​ນະຄອນຫຼວງ​ວຽງ​ຈັນ​ໃນ​ເວລາ 14 ​ໂມງ 45 ນາທີ​ຂອງ​ວັນ​ທີ 16 ຕຸລາ​ນີ້​ຕາມ​ເວລາ​ທ້ອງ​ຖີ່​ນນັ້ນ​ແລະ​ຈະ​ລົງ​ຈອດ​ຢູ່​ສະໜາມ​ບິນ​ປາກ​ເຊ​ໃນ​​ເວລາ 15:55 ນາທີ​ນັ້ນ​ໄດ້​ເກີດ​ອຸບັດ​ເຫດ​ໃນ​ເວລາ​ລົງ​ຈອດ, ​ແລ້ວ​ຕົກລົງ​ໃສ່​ແມ່​ນ້ຳຂອງ. ນັບ​ມາ​ຮອດ​ປັດຈຸບັນ, ຍັງ​ບໍ່​ທັນ​ມີ​ການ​ແຈ້ງ​ກ່ຽວ​ກັບ​ຄົນ​ທີ່​ຍັງ​ມີ​ຊີວິດ.