ທ່ານ​ສີ​ຈິ້ນ​ຜິ​ງ​​ເອົາ​ໃຈ​ໃສ່ສະພາບ​ການ​ເຈລະຈາ​ລະຫວ່າງຜູ້​ວ່າການ​​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນກັບປະທານາທິບໍດີ​ຟີ​ລິບ​ປິນ

(GMT+08:00) 2013-10-17 19:19:56     cri
ວັນ​ທີ 17 ຕຸລາ​ນີ້, ທ່ານ​ລຽງ​ເຈິ້ນ​ອິງ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຂອງ​ອົງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື APECຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ຊັກ​ຖາມ​ເຖິງ​ສະພາບ​ການ​ເຈລະຈາ​ລະຫວ່າງ​ທ່ານກັບ​ປະທານາທິບໍດີ​ຟີ​ລິບ​ປິນກ່ຽວ​ກັບ​ເຫດການຕົວ​ປະກັນ​ຢູ່ມາ​ນີລາ. ລັດຖະບານ​ກາງ​ເຫັນ​ດີ​ແລະ​ສະໜັບສະໜູນ​ເຂດ​ພິ​ເສດ​ຮົງ​ກົງ​​​ແຕ່ງ​​ເຈົ້າ​ໜ້າ​ທີ່​ໄປ​​ເຈລະຈາ​ກັບ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຟີ​ລິບ​ປິນຢ່າງ​ເປັນ​ທາງ​ການ.

​ໃນ​ເວລາ​ເຂົ້າ​ຮ່ວມ​ງານ​ຕອບ​ຄຳ​ຖາມ​ຂອງສະພານິຕິບັນຍັດໃນມື້​ດຽວ​ກັນ, ສະມາຊິກ​ສະພາ​ຫຼາຍ​ທ່ານ​ໄດ້ຖາມວ່າອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງຈະ​ຕິດຕາມ​ເຫດການ​ຕົວ​ປະກັນຢູ່​ມາ​ນີລາ​ແນວ​ໃດ.

ທ່ານ​ລຽງ​ເຈີ້ນ​ອິ່ງຊີ້​ອອກ​ວ່າ, ​ໃນ 3 ປີຜ່ານມາ, ວຽກ​ງານ​ຕິດຕາມ​ເຫດການ​ຕົວ​ປະກັນ​ຂອງອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງມີຄວາມ​ຫຍຸ້ງຍາກ​ລຳບາກຫຼາຍ. ພາຍຫຼັງ​ທ່ານ​ຂຶ້ນ​ດຳລົງ​ຕຳ​ແໜ່​ງຜູ້ວ່າການເຂດ​ພິ​ເສດ​ຮົງ​ກົງ​ເປັນ​ຕົ້ນ​ມາ ທ່ານ​ໄດ້​ພົບ​ປະ​ກັບ​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​ແລະ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ,ຮັບປາກວ່າຈະທວງເອົາຄວາມຍຸດຕິທຳໃຫ້ເຂົາເຈົ້າ, ຍາດແຍ່ງບັນລຸ​ຄຳ​ຮຽກຮ້ອງ​ 4 ຂໍ້​ເຊັ່ນ: ​ໃຫ້​ລັດຖະບານ​ຟີ​ລິບ​ປິນຂໍອະ​ໄພ​ແລະ​ແທນ​ຄ່າ​ເສຍ​ຫາຍ​ເປັນ​ຕົ້ນ.

ທ່ານ​ລຽງ​ເຈີ້ນ​ອິ່ງກ່າວ​ວ່າ, ລັດຖະບານກາງເອົາ​ໃຈ​ໃສ່​ຫຼາຍ​ຕໍ່​ເລື່ອງ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນກໍ່​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່, ນາຍົກລັດຖະມົນຕີ​ແລະໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ທ່ານ​ອື່ນໆ​ຕ່າງ​ກໍ່ໄດ້​ສະ​ແດງ​ທ່າ​ທີ​ຕໍ່​ເລື່ອງ​ນີ້. ທ່ານ​ລຽງ​ເຈິ້ນ​ອິ່ງກ່າວ​ວ່າ, ​ໃນ​ການຈັດ​ວາງ​ວຽກ​ງານ​ໃນ​ຂັ້ນ​ຕອນ​ຕໍ່​ໄປ, ມີ​ວຽກ​ງານຫຼາຍ​ສົມຄວນຕ້ອງການ​ໃຫ້​ລັດຖະບານ​ກາງສືບ​ຕໍ່​ສະໜັບສະໜູນ​ແລະ​ປະສານ​ສົມທົບ​ກັນ​ກັບ​ວຽກ​ງານ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ຈີນ, ຈະລາຍ​ງານ​ສະພາບ​ຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​​​ໃຫ້​ລັດຖະບານ​ກາງຮູ້​ໃນ​ທຸກ​ໂອກາດ, ຖ້າ​ມີ​ຄວາມຈຳ​ເປັນ​ກໍ່​ຈະ​ສະ​ເໜີ​ຄຳ​ຮ້ອງ​ຂໍ​ຕໍ່​ລັດຖະບານ​ກາງ.