ຈີນ ຈະ​ຕັ້ງໜ້າ​ຊ່ວຍ​ເຫຼືອ​ຄອບຄົວ​ຂອງ​ຜູ້​ປະສົບ​ເຄາະຮ້າຍໃນ​ອຸບັດ​ຕິ​ເຫດ​ຍົນໂດຍສານ​ຂອງລາວຕົກ,​ແກ້ໄຂບັນຫາທີ່ເກີດຂຶ້ນ​ຕາມ​ຫຼັງ​ໃຫ້​ດີ

(GMT+08:00) 2013-10-17 19:26:18     cri
ທ່ານ​ນາງ​ຮົ໋ວຊຸ່ນຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ17ຕຸລາ​ນີ້​ວ່າ, ສູນ​ການປົກປ້ອງທາງກົງສຸນ​ຂອງ​ກະຊວງ​ການ​ຕ່າງປະ​ເທດຈີນ​ກັບ​ສະຖານທູດ​ຈີນ​ປະຈໍາລາວຈະ​ໄດ້​ເອົາ​ໃຈ​ໃສ່ຄວາມ​ຄືບ​ໜ້າ​ຂອງ​ການ​ແກ້​ໄຂ​ອຸບັດ​ຕິ​ເຫດຍົນ​ໂດຍສານ​ຂອງ​ລາວ​ຕົກຢ່າງ​​ໃກ້ຊິດ, ສະໜອງ​ການ​ຊ່ວຍ​ເຫຼືອອັນ​ຈໍາ​ເປັນ​ໃຫ້​ຄອບຄົວ​ຂອງ​ຜູ້​ປະສົບເຄາະຮ້າຍ​ເປັນຢ່າງດີ.