ອົງການ​ສະຫະ​ປະຊາ​ຊາດ​ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ໄຂ​ຂຶ້ນ​ໃນ​ກາງ​ເດືອນ​ພະ​ຈິກ​ໜ້າ​ນີ້

(GMT+08:00) 2013-10-18 12:16:54     cri
ວັນ​ທີ 17 ຕຸລາ​ນີ້, ທ່ານ​ມາ​ຕິນ ​ເນ​ເຊີ​ຄີ ​ໂຄສົກ​ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ອົງການ​ສະຫະ​ປະຊາ​ຊາດກຳລັງ​ພະຍາຍາມ​ຊຸກຍູ້​ໃຫ້​ກອງ​ປະຊຸມ​ເຊີ​ແນວ​ກ່ຽວ​ກັບ​ບັນຫາ​ຊີຣີຄັ້ງ​ທີ 2 ສາມາດ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ພະຈິກ​ໜ້າ​ນີ້, ທ່ານ​ບານ​ກີ​ມູນ ​ເລ​ຂາ​ທິ​ການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຈະ​ຮຽກ​ໄຂ​ກອງ​ປະຊຸມ​ຄັ້ງ​ນີ້.

ກ່ຽວ​ກັບ​ອີຣານຈະ​ເຂົ້າ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ຫຼື​ບໍ່? ທ່ານ​ເນ​ເຊີຄີ​ກ່າວ​ວ່າ, ນີ້​ແມ່ນຫົວ​ຂໍ້​ໜຶ່ງ​ໃນ​ການ​ຢ້ຽມຢາມ​ເຂດ​ຕາ​ເວັນ​ອອກ​ກາງຂອງ​ທ່ານ​ລັກ​ດາ ບຼາຮິ​ມີ ຜູ້​ຕາ​ງໜ້າ​ພິ​ເສດ​ຮ່ວມ​ກ່ຽວ​ກັບ​ບັນຫາ​ຊີ​ຣີ​ຂອງ​ສັນ​ນິ​ບາດ​ອາຣັບ​ແລະ​ອົງການ​ສະຫະ​ປະຊາ​ຊາດ. ທ່ານ​ກ່າວ​ວ່າ,ກ່ອນ​ໜ້າ​ນີ້,ມີ​ເຈົ້າ​ໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ,ອີຣານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຈະ​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ. ທ່ານ​ເນ​ເຊີ​ຄີ​ຍັງ​ກ່າວ​ອີກວ່າ, ໜ່ວຍ​ງານ​ກວດກາ​ອາວຸດ​ເຄມີຢູ່​ຊີ​ຣີ​ຂອງ​ອົງກາ​ນສະຫະ​ປະຊາ​ຊາດ​ຈະ​​ເຮັດ​ບົດ​ລາຍ​ງານ​ສຸດ​ທ້າຍ​ໃຫ້​ສຳ​ເລັດ​ໃນ​ທ້າຍ​ເດືອນ​ຕຸລາ​ນີ້.