ຈຳນວນ​ຄົນ​ເສຍ​ຊີວິດ​ຈາກແ​ຜ່ນດິນ​ໄຫວ​ຄັ້ງ​ຮ້າຍ​ແຮງຢູ່​ຟີ​ລິບ​ປິນ​ໄດ້​ເພີ່ມ​ຂຶ້ນ​ເຖິງ 161 ຄົນ

(GMT+08:00) 2013-10-18 12:24:04     cri
ວັນ​ທີ 15 ຕຸລາ​ນີ້, ຟີ​ລິບ​ປິນ​ໄດ້​ເກີດ​ແຜ່ນດິນ​ໄຫວ​ທີ່​ມີ​ແຮງ​ສັ່ນ​ສະ​ເທືອ​ນຂະໜາດ 7,2 ລິກ​ເຕີ. ຕາມ​ຕົວ​ເລກ​ສະຖິຕິ​ທີ່​ຄະນະ​ກຳມະການ​ຫຼຸດຜ່ອນ​ໄພພິບັດ​ແຫ່ງ​ຊາດ​ຟີ​ລິບ​ປິນ​ເປີດ​ເຜີຍ​ໃນ​ເວລາ 17 ​ໂມງ​ຂອງວັນ​ທີ 17 ຕຸລາ​ນີ້, ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ໃນ​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 161 ຄົນ, ບາດ​ເຈັບ 300ກວ່າ​ຄົນ.

ໃນ​ນັ້ນ, ​ເກາະ​ໂບ​ໂຮ​ນທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໜັກໜ່ວງ​ທີ່​ສຸດ​ນັ້ນ​ມີ 149 ຄົນ​​ເສຍ​ຊີວິດ, ​ແຂວງ​ເຊ​ບູທີ່ຢູ່​​ໃກ້​ຄຽງ​​ເກາະ​ໂບ​ໂຮ​ນ ມີ 11 ຄົນ​ເສຍ​ຊີວິດ.

ພາຍຫຼັງ​ເກີດ​ແຜ່ນດິນ​ໄຫວ​ຄັ້ງ​ຮ້າຍ​ແຮງ​ແລ້ວ, ​ໄດ້​​ເກີດ​ແຮງ​ສັ່ນ​ສະ​ເທືອນ​ຕິດຕາມ​ມາ​ອີກເຖິງ 1200 ຄັ້ງ, ​ໃນ​ນັ້ນ, ມີ​ຄັ້ງໜຶ່ງ​ມີແຮງ​ສັ່ນ​ສະ​ເທືອນ​ເຖິງ 5,5 ລິກ​ເຕີ, ​ເຮັດ​ໃຫ້​ໂຮງ​ຮຽນ 130 ​ແຫ່ງ​ແລະ​ອາຄານບ້ານ​ເຮືອນ 2000 ຫຼັງ​ຖືກ​ທຳລາຍ. ຄະນະ​ກຳ​ມະ​ການ​ຫຼຸດ​ຜ່ອນ​ໄພ​ພິ​ບັດ​ແຫ່ງ​ຊາດ​ຟີ​ລິບ​ປິນ​ແຈ້ງ​ໃຫ້​ຊາບ​ວ່າ, ຢູ່​ເກາະ​ໂບ​ໂຮ​ນ​ແລະ​ແຂວງ​ເຊ​ບູ,ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​​ເສຍ​ຫາຍ​ຈາກ​ແຜ່ນດິນ​ໄຫວ​ມີ​ເຖິງ 3​ລ້ານ 4 ​ແສນ​ຄົນ, ປະຈຸ​ບັນ,  ປະ​ຊາ​ຊົນ​ເຂດ​ປະສົບ​ໄພ​ສອງ​ແຫ່ງ​ດັ່ງກ່າວ​ນີ້ ມີ ປະມານ 3 ໝື່ນ​ຄົນ​ໄດ້​ຖືກ​ອົບພະຍົບ​ໄປ​ບ່ອນພັກ​ຊົ່ວ​ຄາວ 51 ​ແຫ່ງ​ແລ້ວ, ​ແຕ່ມາ​ຮອດ​ປະຈຸ​ບັນ,ເສັ້ນທາງ​​ໄປ​ສູ່​ເຂດ​ພາກ​ກາງຂອງ​ໂບ​​ໂຮ​ນທີ່​ປະສົບ​ໄພ​ຮ້າຍ​ແຮງ​ທີ່​ສຸດ​ນັ້ນ​ຍັງຖືກ​ຕັດຂາດ​ຢູ່.