ລາວ​ສືບ​ຕໍ່​ຂະຫຍາຍ​ຂອບ​ເຂດຄົ້ນຫາ​ຊາກ​ສົບ​ຂອງ​ຜູ້​ຖືກ​​ເຄາະ​ຮ້າຍ​ແລະ​ຊາກ​ຂອງ​ຍົນ​ຕົກ

(GMT+08:00) 2013-10-18 10:59:24     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ17​ຕຸລາ​ນີ້, ວຽກ​ງານ​ກອບ​ກູ້​ຢູ່​ສະຖານ​ທີ່​ເຫດການ​ຍົນ​ຕົກ​ຂອງ​ຖ້ຽວ​ບິນQV301ຢູ່​ຕາມ​ແມ່​ນ້ຳຂອງ​ໃນ​ເມືອງ​ປາກ​ເຊ ທາງ​ພາກ​ໃຕ້​ຂອງ​ລາວ ຍັງ​ພວມ​ດຳ​ເນີນ​ຕໍ່​ໄປ, ຍົນ​ລຳ​ນັ້ນ​​ໄດ້​ຈົມ​ລົງ​ໃນ​ນ້ຳ​ໝົດ​ແລ້ວ, ພະນັກງານ​ກອບ​ກູ້​ຍັງ​ພະຍາ​ຍາມ​ຂະຫຍາຍ​ຂອບ​ເຂດຄົ້ນ​ຫາ​ອີກ.

ທ່ານຢາ​ກົວ ລໍ​ປາງ​ກາວ   ຫົວໜ້າ​ກົມ​ການບິນ​ພົນ​ລະ​ເຮືອນ​ລາວ​ກ່າວ​ວ່າ, ມາ​ຮອດ​ຕອນ​ຄ່ຳ​ວັນ​ທີ17​ຕຸລານີ້, ພະນັກງານ​ກອບ​ກູ້​ໄດ້​ຄົ້ນ​ຫາ​ຊາກ​ສົບ​ຂອງ11​ຄົນ​ແລ້ວ, ​ແຕ່ຍັງ​ບໍ່​ຮູ້​ລະອຽດ​ຊື່​ແລະ​ສັນຊາດ​ຂອງ​ແຕ່ລະຄົນ​ເທື່ອ. ທ່ານ​ແລະ​ທ່ານ​ສົມ​ມັກ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິການ​ແລະ​ຂົນ​ສົ່ງ ທີ່​ຊີ້​ນຳ​ການ​ກອບ​ກູ້​ຢູ່​ສະຖານ​ທີ່​ເກີດ​ເຫດ ລ້ວນ​ແຕ່​ກ່າວ​ວ່າ, ​ເກືອບ​ບໍ່​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ຈະ​ມີ​ຜູ້​ລອດ​ຊີວິດ. ທ່ານ​ສົມ​ມາດ​ຍັງ​ກ່າວ​ວ່າ, ລັດຖະບານ​ລາວ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ອຸບັດ​ເຫດ​ດັ່ງກ່າວ, ຈະ​ພະຍາຍາມ​ສຸດ​ຂີດ​ເພື່ອ​ດຳ​ເນີນ​ວຽກ​ງານ​ໄພ​ແລະ​ຊຳລະ​​ແກ້​ໄຂ​ວຽກ​ງານ​ຕາມ​ຫຼັງ​​ໃຫ້​ດີ.