ປະທານ​ປະ​ເທດ​ຈີນພົບປະ​ກັບຜູ້​ສຳ​ເລັດ​ລາຊະການ​ຂອງ​ກາ​ນາ​ດາ

(GMT+08:00) 2013-10-19 14:29:31     cri
ຕາມ​ຂ່າວ​ສານ​ຈີນ:ວັນ​ທີ 18 ຕຸລາ​ນີ້,ຢູ່​ຫໍ​ສະພາ​ປະຊາຊົນທີ່​ປັກ​ກິ່ງ,ທ່ານ​ສີ​ຈິ້ນ​ຜິ​ງ,ປະທານ​ປະ​ເທດ​ຈີນ​​ໄດ້ພົບປະ​ກັບທ່ານ​ແດ​ວິດ ຈອນ​ສ​ະ​ໂຕນ,ຜູ້​ສຳ​ເລັດ​ລາຊະການ​ຂອງ​ກາ​ນາ​ດາ.

ໃນ​ການ​ພົບ​ປະ,ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ:ປະຊາຊົນ​ຈີນ​ມີ​ໄມຕີ​ຈິດມິດຕະພາບ​ແລະ​ຄວາມ​ຮັກ​ແພງຢ່າງ​ເລິກ​ເຊິ່ງຕໍ່​ປະຊາຊົນ​ກາ​ນາ​ດາ.​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ການ​ພົວພັນ​ລະຫວ່າງ​ຈີນ​ແລະ​ກາ​ນາ​ດາ​ໄດ້​ຮັກສາ​ທ່າ​ອ່ຽງຂະຫຍາຍຕົວທີ່​ດີ,ນີ້​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ,ຍັງ​ມີ​ຜົນ​ດີ​ຕໍ່​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກກໍ່​ຄື​ຂອງ​ໂລກ.ຈີນ​​ແລະ​ກາ​ນາ​ດາ​ມີຜົນປະໂຫຍດຮ່ວມທີ່ຫຼາກຫຼາຍແລະມີຊ່ອງທາງ​ການ​ຮ່ວມ​ມື​ທີ່​ກວ້າງ​ຂວາງ,ຈີນ​ຍິນ​ດີ​ພະຍາຍາມ​ຮ່ວມກັນ​ກັບ​ກາ​ນາ​ດາ,ຊຸກຍູ້​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ໃໝ່.

ທ່ານ​ຈອນ​ສະ​​ໂຕນ​ກ່າວ​ວ່າ:ມິດຕະພາບ​ລະຫວ່າງ​ກາ​ນາ​ດາ​ກັບ​ຈີນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ,ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ໄດ້​ນັບ​ມື້​ນັບ​ໃກ້ຊິດ,ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ໄດ້ກ້າວ​ສູ່​ລວງ​​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.​ເສດຖະກິດ​ຂອງ​ສອງ​ປະ​ເທດ​ມີ​ທ່າ​ແຮງ​ທີ່​ສະໜັບສະໜູນ​ກັນ​ໄດ້,​ມີ​ກຳລັງ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື​ຢ່າງ​ຫຼວງ​ຫຼາຍ.ກາ​ນາ​ດາ​ສະ​ແດງ​ຄວາ​ມຍ້ອງຍໍຕໍ່​ຈີນ​ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດທີ່​ດີ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນລະ​ພາບ​ຂອງ​ໂລກ,ຍິນ​ດີຂະຫຍາຍການ​ຮ່ວມ​ມື​ກັບ​ຈີນໃນ​ຫຼາຍ​ຂົງ​ເຂດ​​ເຊັ່ນ​ການ​ຄ້າ ການ​ລົງທຶນ ການ​ປະດິດ​ສ້າງ​ໃໝ່ ພະລັງງານ​ແລະ​ການ​ອະນຸລັກ​ສິ່ງ​​ແວດ​ລ້ອມ​​ເປັນ​ຕົ້ນ​ບົນ​ຫຼັກການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດ,ກາ​ນາ​ດາ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ຫຼາຍ​ກວ່​າ​ເກົ່າ​ໄປລົງທຶນ​ຢູ່​ກາ​ນາ​ດາ,​ແລະ​ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຈີນ;ກາ​ນາ​ດາຍັງ​ຍິນ​ດີ​ເພີ່ມ​ທະວີ​ການ​​ແລກປ່ຽນ​ກັບ​ຈີນ​ທາງ​ດ້ານ​ວັດທະນະທຳ​​ເພື່ອ​ສ້າງ​ພື້ນຖານ​ທາງ​ສັງຄົມທີ່​ໜາ​ແໜ້ນ ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ;ນອກ​ນີ້,ກາ​ນາ​ດາຍັງຈະເພີ່ມ​ການ​ຕິດ​ຕໍ່​ປະສານ​ງານກັບ​ຈີນ​ໃນ​ວຽກ​ງານ​ສາກົນ​ແລະພາກ​ພື້ນ,​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ການ​ຂະຫຍາຍຕົວຫຼາຍກວ່າ​ເກົ່າ.