ຈີນ​ອິນ​ເດຍຈະ​ເຊັນ​ສັນຍາ​ຮ່ວມ​ມື​ສອງ​ຝ່າຍ​ຫຼາຍ​ສະບັບ

(GMT+08:00) 2013-10-19 14:31:54     cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 18 ຕຸລາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ນາງ​ຮົ໋ວ​ຊຸ່ນຢິງ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ:​ໃນ​ໄລຍະທີ່​ທ່ານ​ມານ​ໂມ​ຮານ ຊີງ,ນາຍົກລັດຖະມົນຕີອິນ​ເດຍຢ້ຽມຢາມ​ຈີນ,ຈີນ​ກັບ​ອິນ​ເດຍຈະ​ເຊັນ​ສັນຍາ​ຮ່ວມ​ມື​ສອງ​ຝ່າຍ​ຫຼາຍ​ສະບັບ​ເຊິ່ງກ່ຽວ​ພັນ​ເຖິງ​ຫຼາຍ​ຂົງ​ເຂດ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ນາງຮົ໋ວຊຸ່ນຢິງກ່າວ​ວ່າ,ການຫຼຸດຜ່ອນສິ່ງ​ຈຳກັດ​ໃນດ້ານວິຊາ​ນັ້ນ​ມີ​ຜົນ​ດີ​ຕໍ່​ການ​ໄປມາຫາສູ່​ກັນ​ຢ່າງ​ສະດວກ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ແລະ​ການ​ຊຸກຍູ້​​ໃຫ້​ສອງ​ຝ່າຍ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ,ຈີນ​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.ນາງ​ກ່າວ​ວ່າ:​ໃນ​ໄລຍະ​ທີ່​ທ່ານ​ຊີງ​ຢ້ຽມຢາມ​ຈີນ,ສອງປະ​ເທດຈະ​ເຊັນ​ສັນຍາ​ຮ່ວມ​ມື​ສອງ​ຝ່າຍ​ຫຼາຍ​ສະ​ບັບ​ເຊິ່ງກ່ຽວ​ພັນ​ເຖິງ​ຫຼາຍ​ຂົງ​ເຂດ.ສອງ​ຝ່າຍ​ກຳລັງ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ຢ່າງ​ໃກ້ຊິດ​ກ່ຽວ​ກັບ​ເລື່ອງ​ນີ້.

ນາງ​ຮົ໋ວຊຸ່ນຢິງຍັງ​ກ່າວວ່າ:ພາຍ​ໃຕ້​ຄວາມ​ພະຍາຍາມ​ພ້ອມ​ກັນ​ຂອງ​ທັງ​ສອງ​ຝ່າຍ,​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອິນ​ເດຍ​ໄດ້​ຮັກສາ​ທ່າ​ອ່ຽງຂະຫຍາຍຕົວ​ທີ່​ດີ,​ແລະ​ໄດ້​ຮັບ​ຜົນສຳ​ເລັດການ​ຮ່ວມ​ມືຢ່າງຫຼວງ​ຫຼາຍ.ສອງ​ຝ່າຍ​ໄດ້​ທຳ​ຄວາມ​ພະຍາຍາມ​ເປັນ​ເວລາ​ດົນ​ນານ​ເພື່ອ​ແກ້​ໄຂ​ບັນຫາ​ຊາຍ​ແດນ​​ໂດຍ​​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,​ແລະ​ໄດ້​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ອັນ​ສຳຄັນ​ກ່ຽວ​ກັບ​ການ​ສືບ​ຕໍ່​ສຸມ​ກຳລັງ​ເຂົ້າ​ໃນ​ການ​​ແກ້​ໄຂ​ບັນຫາ​ຊາຍ​ແດນ​ດ້ວຍ​ສັນຕິ​ວິທີ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ,​ໄດ້​ຮັກສາ​ສັນຕິ​ພາບ​ແລະ​ຄວາມ​ສະຫງົບ​ຂອງ​ເຂດ​ຊາຍ​ແດນ.

ນາງ​ຍັງ​ກ່າວ​ວ່າ:ມິດຕະພາບ ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ລະຫວ່າງ​ຈີນ​ກັບ​ອິນ​ເດຍ,​ແມ່ນ​ມິດຕະພາບ ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ລະຫວ່າງ​ປະຊາກອນຫຼາຍ​ກວ່າ 1​ ສ່ວນ 3 ຂອງ​ໂລກ,ນີ້​ບໍ່​ພຽງ​ແຕ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຈີນ​ແລະ​ອິນ​ເດຍ​ເທົ່າ​ນັ້ນ,​ເວົ້າ​ສຳລັບ​ທົ່ວ​ໂລກ​ແລ້ວ,ກໍ່​ມີ​ຜົນ​ກະທົບ​ແລະ​ຄວາມ​ໝາຍ​ທີ່​ສຳຄັນ​ເຊັ່ນ​ດຽວ​ກັນ.