ທ່ານ​ບັນ​ກີ​ມູນ​ຕອບ​ຮັບ​ເລື່ອງ​ອາຣາບີ​ຊາ​ອຸ​ດິດປະຕິ​ເສດຖານະ​ທີ່​ເປັນ​ປະ​ເທດ​ມົນຕີ​ບໍ່​ແມ່ນ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະປະຊາ​ຊາດ

(GMT+08:00) 2013-10-19 14:36:57     cri
ຕາມ​ຂ່າວCRI:ວັນ​ທີ 18 ຕຸລາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ,ທ່ານ​ບັນ​ກີ​ມູນ,​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ:ທ່ານ​ໄດ້​​ເອົາ​ໃຈ​ໃສ່​ນຳ​ການ​​ແຈ້ງ​ຂ່າວກ່ຽວ​ກັບ​ອາຣາບີ​ຊາ​ອຸ​ດິດປະຕິ​ເສດການ​ເປັນ​ປະ​ເທດ​ສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ.​ແຕ່​ວ່າ,ທ່ານ​ຍັງ​ບໍ່​ທັນ​ໄດ້​ຮັບ​ໃບ​ແຈ້ງການ​ຢ່າງ​ເປັນ​ທາງ​ການ,​ແລະ​ຈະ​ຕິດຕາມ​ເລື່ອງ​ນີ້​ຢ່າງ​ໃກ້ຊິດ.

ວັນ​ທີ 17 ຕຸລາ​ນີ້,ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ສະ​ໄໝ​ທີ 68 ​ໄດ້​ເລືອກ​ຕັ້ງ​ອາຣາບີ​ຊາ​ອຸ​ດິດ,ຈາດ,ລີ​ຕົວ​ນີ,ນີ​ເຊຣີ​ແລະ​ຈີ​ເລ​ລວມ 5 ປະ​ເທດ​ເປັນ​ປະ​ເທດສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ສົກ​ປີ 2014 ຫາ 2015. ​ແຕ່​ຫຼັງ​ຈາກ​ນັ້ນ​ບໍ່​​ເທົ່າ​ໃດ​ຊົ່ວ​ໂມງ,ກະຊວງ​ການ​ຕ່າງປະ​ເທດ​ອາຣາບີ​ຊາ​ອຸ​ດິດກໍ່​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍ​ກ່າວ​ວ່າ:ຍ້ອນ​ວ່າ​ສະພາ​ຄວາມ​ໝັ້ນຄົງ​ບໍ່​​ເຮັດ​ວຽກ​ຕົວ​ຈິງໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງ​ຊາດ,​ແລະ​ໃຊ້​ສອງ​ນະ​ໂຍບາຍ​ໃນ​ການ​ແກ້​ໄຂ​ບັນຫາ​ປາ​​ແລັສຕີນ​ກັບ​ອິສຣາ​ແອນ ການ​ປະ​ທະ​ກັນ​ຢູ່​ຊີຣີ​ແລະ​ບັນຫາ​ອາວຸດ​ລ້າງ​ຜານ​ຂະໜາດ​ໃຫຍ່​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ເປັນ​ຕົ້ນ,ບໍ່​ໄດ້​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ​ຢ່າງ​ແທ້​ຈິງ,ສະ​ນັ້ນ,ຈຶ່ງ​ປະຕິ​ເສດການເປັນປະ​ເທດສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ.​