​ໄຂກອງ​ປະຊຸມສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ວັດທະນະທຳ​ດັ້ງ​ເດີມ​ແລະ​ອະລິຍະ​ທຳ​ຊີວະ​ຊາດຄັ້ງ​ທີ 4 ຢູ່​ປັກ​ກິ່ງ

(GMT+08:00) 2013-10-20 13:49:00     cri
ຕາມ​ຂ່າວCRI:ວັນ​ທີ 19 ຕຸລາ​ນີ້,ກອງ​ປະຊຸມສຳ​ມະ​ນາສາ​ກົນກ່ຽວ​ກັບ​ວັດທະນະທຳ​ດັ້ງ​ເດີມ​ແລະ​ອະລິຍະ​ທຳ​ຊີວະ​ຊາດຄັ້ງ​ທີ 4 ​ເຊິ່ງມີ​ສະມາ​ຄົມ​ວິທະຍາສາດ​ສິ່ງ​ແວດ​ລ້ອມ​ຈີນ ສະມາຄົມ​ສາສະໜາ​ເຕົ໊າ​ນະຄອນ​ປັກ​ກິ່ງແລະມູນ​ນິທິ​ຂົງຈື້ຈີນສາຂາການສຶກສາດ້ານ​ວັດທະນະທຳ​ດັ້ງ​ເດີມເປັນເຈົ້າພາບຮ່ວມໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ​ໂດຍ​ມີ​ຜູ້​ຊ່ຽວຊານ​ແລະ​ນັກວິຊາການຈາກ​ຈີນພ້ອມທັງປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆຂອງ​ໂລກ​ເຊັ່ນ​ອາ​ເມ​ລິ​ກາ,ຣັດ​ເຊຍ,ສິງກະ​ໂປ,ມະ​ເລ​ເຊຍ,ສ.​​​ເກົາຫຼີ,ຍີ່ປຸ່ນ​,​ເຂດ​ຮົງ​ກົງ,​ເຂດ​ມະ​​​ເກົ໋າ​ແລະ​ໄຕ້​ຫວັນ​ຂອງ​ຈີນ​ລວມ 800 ກວ່າ​ທ່ານ​ເຂົ້າ​ຮ່ວມ.

ທ່ານ​ຈ່ວງກົວ​ໄທ້,ຫົວໜ້າ​ກົມ​ຊີວະ​ພາບ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​​ຂອງ​ຈີນ​ທີ່​​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ​ກ່າວ​ວ່າ:ວັດທະນະທຳ​ດັ້ງ​ເດີມ​ຂອງ​ຈີນມີ​ແນວ​ຄິດຫຼາກ​ຫຼາຍກ່ຽວ​ກັບ​ມະນຸດກັບ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ​ກັນ,​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ປັນຍາ​ດ້ານ​ຊີວະ​ຊາດ​ທີ່​​​ເຂົ້າກັນ​ກັບ​ອະລິຍະ​ທຳ​ຊີ​ວະ​ຊາດຍຸກ​ປະຈຸ​ບັນ.ການ​ຄົ້ນຄວ້າ​ແລະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຮັດ​ແນວ​ໃດ​ເພື່ອ​ສືບ​ທອດ​ແລະ​ສົ່ງ​ເສີມ​ສິ່ງ​ດີ​ເລີດ​ໃນ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ຈີນ​ແລະ​ເຮັດ​ໃຫ້​ແນວ​ຄິດ​ສ້າງສາ​ອະລິຍະ​ທຳ​ຊີວະ​ຊາດ​ສັງຄົມ​ນິຍົມ​ອຸດົມສົມບູນ​ຂຶ້ນ​ນັ້ນ,ມີ​ຄຸນຄ່າ​ດ້ານ​ທິດ​ສະ​ດີ​ແລະ​ຄວາມ​ໝາຍ​ຕົວ​ຈິງ​ທີ່​ສຳຄັນ.