​ເກີດ​ເຫດການ​ລະ​ເບີດ​ຢູ່ພາກ​ໃຕ້​ໄທ ​ເຮັດ​ໃຫ້ 13 ຄົນ​ໄດ້​ຮັບ​ບາດ​ເຈັບ

(GMT+08:00) 2013-10-20 14:22:45     cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 19 ຕຸລາ​ນີ້,​​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຂອງ​ໄທ​​ແຈ້ງວ່າ:​ໃນ​ມື້​ດຽວ​ກັນ,ຢູ່​ຈັງຫວັດ​ນະຣາທິວາດທາງ​ພາກ​ໃຕ້​ຂອງ​ໄທ​ໄດ້​ເກີດ​ເຫດການ​ລະ​ເບີດ​ສອງ​ເທື່ອ​ຕິດ​ຕໍ່​ກັນ,​ເຮັດ​ໃຫ້ 13 ຄົນ​ໄດ້​ຮັບ​ບາດ​ເຈັບ,​ໃນ​ນັ້ນ,ມີ 5 ຄົນ​ເປັນ​ນັກ​ຂ່າວ.

​ຕອນ​ທ່ຽງ​ວັນ​ທີ 19 ຕຸລາ​ນີ້,​ໃນ​ເວລາ​ທະຫານ​ລາດກອງ​ໜຶ່ງ​ຂອງ​ທ້ອງ​ຖິ່ນ​ດັ່ງກ່າວ​ກຳລັງ​ລາດຕະ​​ເວນ​ຢູ່​ຕາມ​ຖະໜົນ,​ໄດ້​ມີ​ລູກ​ລະ​ເບີດ​ໜ່ວຍ​ໜຶ່ງ​ທີ່​ຖືກວາງ​ໄວ້​ຢູ່​ຂ້າງ​ຖະໜົນລະ​ເບີດ​ຂຶ້ນ​ຢ່າງ​ກະທັນຫັນ,​ເຮັດ​​ໃຫ້ 6 ຄົນ​ໄດ້​ຮັບ​ບາດ​ເຈັບ,​ໃນ​ນັ້ນ,ມີ 3 ຄົນ​ບາດ​ເຈັບ​ສາຫັດ,​ແລະ​ໄດ້​ຖືກ​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ທີ່ຢູ່​ໃກ້.​ໃນ​​ເວລາ​ຕຳຫຼວດດຳ​ເນີນ​ການສຳ​ຫຼວດຢູ່​ສະຖານ​ທີ່​ລະ​ເບີດ,ມີ​ລູກລະ​ເບີດ​ອີກ​ໜ່ວຍ​ໜຶ່ງ​ທີ່​ຖືກ​ແຂວນ​ໄວ້​ຢູ່​​ເທິງ​ຕົ້ນ​ໄມ້ທີ່​ຫ່າງ​ຈາກບ່ອນ​ນີ້ 100 ກວ່າ​ແມັດ​ໄດ້​ລະ​ເບີດ​ຂຶ້ນ.

ໜັງສືພິມ"ບາງກອກ ​ໂພສດ໌"ຂອງ​ໄທລາຍ​ງານ​ວ່າ:​ເຫດການ​ລະ​ເບີດ​ເທື່ອ​ທີ 2 ​ໄດ້​ເຮັດ​ໃຫ້​ຕຳຫຼວດ 2 ຄົນ,ນັກ​ຂ່າວ​ຂ່າວສານ​ອາ​​ແອັ​ຟ​​ເປຂອງ​ຝຣັ່ງຜູ້​ໜຶ່ງ​ແລະ​ນັກ​ຂ່າວ​ທ້ອງ​ຖິ່ນ 4 ຄົນ​ໄດ້​ຮັບ​ບາດ​ເຈັບ,​ແຕ່​ນັກ​ຂ່າວ​ເຫຼົ່າ​ນີ້​​ໄດ້​ຮັບບາດ​ເຈັບ​ບໍ່​ໜັກປານ​ໃດ.​​