ປະ​ເທດ​ອາຣັບຮຽກຮ້ອງ​ໃຫ້​ອາຣາບີ​ຊາ​ອຸ​ດິດພິຈາລະນາ​ຄືນ​ໃໝ່​ກ່ຽວ​ກັບ​ການ​ຕົກລົງ​ທີ່​ປະຕິ​ເສດ​ການ​ເປັນ​ສະມາຊິກບໍ່​ຖາວອນຂອງ​ສະພາ​ຄວາມ​ໝັ້ນຄົງ

(GMT+08:00) 2013-10-20 14:27:49     cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 19 ຕຸລາ​ນີ້,ກຸ່ມ​ປະ​ເທດ​ອາຣັບ​ໃນອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ໂດຍ​ຮຽກຮ້ອງ​ໃຫ້ອາຣາບີ​ຊາ​ອຸ​ດິດຈົ່ງພິຈາລະນາ​ຄືນ​ໃໝ່​ກ່ຽວ​ກັບ​ການ​ຕົກລົງ​ທີ່​ປະຕິ​ເສດ​ການ​ເປັນ​ສະມາຊິກບໍ່​ຖາວອນຂອງ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ.

ຖະ​ແຫຼ​ງການ​ຂຽນ​ວ່າ:ກຸ່ມ​ປະ​ເທດ​ອາຣັບສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ອາຣາບີ​ຊາ​ອຸ​ດິດທີ່​ກ້າສະ​ແດງ​ທ່າ​ທີຂອງ​ຕົນ​ໂດຍ​ເປັນ​ຜູ້ຕາງໜ້າ​ຂອງບັນດາ​ປະ​ເທດ​ອາຣັບ​ແລະ​ໂລກ​ອິດສະ​ລາມ​ໂດຍ​ສະ​ເພາະເຂດ​ຕາ​ເວັນ​ອອກ​ກາງ​ໃນ​ໄລຍະ​ປະຫວັດສາດ​ທີ່​ສຳຄັນ​ນີ້,ຫວັງ​ວ່າ​ອາຣາບີ​ຊາ​ອຸ​ດິດຈົ່ງ​ຮັກສາ​ທີ່​ນັ່ງ​ສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ.ຖະ​ແຫຼ​ງການ​ຍັງ​ຂຽນ​ວ່າ:ກຸ່ມ​ປະ​ເທດ​ອາຣັບຮຽກຮ້ອງ​ໃຫ້​ອາຣາບີ​ຊາ​ອຸ​ດິດສືບ​ຕໍ່​ປົກ​ປັກ​ຮັກສາ​ພາລະກິດ​ຂອງ​ປະ​ເທດ​ອາຣັບຢ່າງ​ອົງອາດ​ກ້າຫານ,​ໂດຍ​ສະ​ເພາະຢູ່​ເທິງ​ເວທີ​ປາ​ໄສຂອງ​ສະພາ​ຄວາມ​ໝັ້ນຄົງ.

ກຸ່ມ​ປະ​ເທດ​ອາຣັບສະຫະ​ປະຊາ​ຊາດ​ປະກອບ​ດ້ວຍ​ປະ​ເທດ​ອາຣັບທັງ​ໝົດ​ຍົກ​ເວັ້ນຊີຣີໃນ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດແລະ​ປາ​ແລັສຕີນ​ເຊິ່ງ​ເປັນປະ​ເທດ​ສັງ​ເກດ​ການ​ຂອງ​ສະຫະປະຊາ​ຊາດ.ພາຍຫຼັງ​ຊີຣີ​ໄດ້​ຖືກຍົກ​ເລີກ​ສິດ​ເປັນປະ​ເທດ​ສະມາຊິກຂອງ​ສັນນິບາດ​ອາຣັບ​​ໃນ​ເດືອນ​ພະຈິກ​ປີ 2011 ​ແລ້ວ,ກໍ່​ໄດ້​ຖືກ​ໄລ່​ອອກ​ຈາກ​ກຸ່ມ​ປະ​ເທດ​ອາຣັບ​ເຊັ່ນ​ດຽວ​ກັນ.