ເລຂາທິການ​ໃຫຍ່​ສັນນິບາດ​ອາຣັບກ່າວ​ວ່າ ກອງ​ປະຊຸມ​ເຊີ​ແນວ​ກ່ຽວ​ກັບ​ບັນຫາ​ຊີຣີຄັ້ງ​ທີ 2 ຄາດ​ວ່າ​ຈະ​ໄຂ​ຂຶ້ນ​ໃນ​ເດືອນ​ພະຈິກ​ໜ້າ​ນີ້

(GMT+08:00) 2013-10-21 17:00:25     cri
ວັນ​ທີ 20 ຕຸລາ​ນີ້, ທ່ານ​ນາ​ບິນ ອານ ອາຣາບີ ​ເລຂາທິການ​ໃຫຍ່​ສັນນິບາດ​ອາຣັບ​ກ່າວ​ວ່າ, ກອງ​ປະຊຸມ​ເຊີ​ແນວ​ກ່ຽວ​ກັບ​ບັນຫາ​ຊີຣີຄັ້ງທີ 2 ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 23ຫາ ວັນ​ທີ 24 ພະຈິກ​ໜ້າ​ນີ້.

ໃນ​ວັນ​ດຽວ​ກັນ​ຢູ່​ສຳນັກງານ​ໃຫຍ່​ສັນນິບາດ​ອາຣັບທີ່​ນະຄອນຫຼວງ​ເລີ​ແກ​ຂອງ​ເອຢິບ,ທ່ານ​ອາຣາບີ​ໄດ້​ພົບ​ປະ​ກັບ​ທ່ານ​ລັກ​ດາ ບຼາຮິ​ມີ​ຜູ້​ຕາງ​ໜ້າ​ພິ​ເສດ​ຮ່ວມ​ຂອງ​ອົງ​ການ​ສະ​ຫະ​ປະຊາ​ຊາດ​ແລະ​ສັນ​ນິ​ບາດ​ອາ​ຣັບ​ກ່ຽວ​ກັບ​ບັນ​ຫາ​ຊີຣີ,​​ໂດຍ​ໄດ້​ປຶກ​ສາ​ຫາລື​ສະພາບ​ຫຼ້າ​ສຸ​ດຂອງ​ບັນຫາ​ຊີຣີ​ແລະ​ຄວາມ​ຄືບ​ໜ້າ​ການ​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ​ຂອງ​ຊີຣີ, ​ແລະ​ທຳ​ການ​ກະກຽມ​ເພື່ອ​ກອງ​ປະຊຸມ​ເຊີ​ແນວ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຄັ້ງ​ທີ 2 .

ທ່ານ​ບຼາຮິ​ມີ ​ໄດ້​ຢ້ຽມຢາມ​ເຂດ​ຕາ​ເວັນ​ອອກ​ກາງ​ໃນ​ເມື່ອ​ມໍ່ໆ​ມາ​ນີ້,ທ່ານ​ຍັງ​ຈະ​ເດີນທາງ​ໄປ​ຊີຣີ​ແລະ​ອີຣັກອີກ. ການ​ຢ້ຽມຢາມ​ໃນ​ພາກ​ພື້ນ​ເທື່ອ​ນີ້​ຂອງ​ທ່ານ​ບຼາຮິມີ​ເປັນ​ການ​ກະກຽມ​ເພື່ອ​ຈັດກອງ​ປະຊຸມ​ເຊີ​ແນວ​ກ່ຽວ​ກັບ​ບັນຫາ​ຊີຣີ.

ກອງ​ປະຊຸມ​ສາກົນ​ກ່ຽວກັບ​ບັນຫາ​ຊີຣີຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ມິຖຸນາ​ປີ2012​ຢູ່​ນະຄອນ​ເຊີ​ແນວ​ແຫ່ງ​ສວິສ. ຖ້າວ່າ​ກອງ​ປະຊຸມ​ຄັ້ງ​ໃໝ່​ຈະ​ສາມາດ​ໄຂ​ຂຶ້ນ​ຕາມ​ເວລາ​ກຳນົດ, ມັນ​ຈະ​ເປັນ​ເທື່ອ​ທີ​ສອງ​ທີ່​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ນັ່ງ​ລົງ​ມາ​ປຶກສາ​ຫາລື​ການ​ແກ້​ໄຂ​ບັນຫາ​ຊີຣີດ້ວຍ​ວິທີ​ທາງ​ການ​ເມືອງ.