ເຈົ້າ​ໜ້າ​ທີ່​ຮົງ​ກົງ​ຈີນ​ກ່າວ​ວ່າ ບັນຫາ​ໜີ້​ສິນ​ຂອງ​ອາ​ເມ​ລິ​ກາ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເຖິງ​ຖອງ, ຮົງ​ກົງ​ໄດ້​ກຽມ​ພ້ອມ​ມາດ​ຕະການ​ປ້ອງ​ກັນ​ແລ້ວ

(GMT+08:00) 2013-10-21 17:05:47     cri
ວັນ​ທີ 20 ຕຸລາ​ນີ້, ​ເວັບ​ໄຊ​ທີ່​ກ່ຽວຂ້ອງ​ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ​ທ່ານ​ເຈິ່ງ​ຈຸ້ນຮວາ ຫົວໜ້າ​ພະ​ແນ​ກ​ການ​ເງິນ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນ​ໂດຍ​ຂຽນ​ວ່າ, ​ເຖິງ​ວ່າ​ອາ​ເມ​ລິ​ກາ​ໄດ້​ເລື່ອນ​ເວລາ​ກຳນົດ​ສຸດ​ທ້າຍ​ຂອງ​​ເພດານ​ໜີ້​ສິນ​ຂອງ​ລັດຖະບານ​ອອກ​ໄປ​ເຖິງ​ວັນ​ທີ 7 ກຸມພາ ປີ2014ໜ້າ​ນີ້​ກໍ່ຕາມ, ​ແຕ່​ບັນຫາ​ໜີ້​ສິນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເຖິງ​ຖອງ​ເທື່ອ. ທ່ານ​ໄດ້​ວິ​ເຄາະ​ວ່າ, ຖ້າ​ຫາກ​ອາ​ເມ​ລິ​ກາ​ເກີດ​ມີ​ປະ​ກົດ​ການ​ລະ​ເມີດສັນຍາ​ດ້ານໜີ້​ສິນ, ສະ​ຖາ​ບັນ​ການ​ເງິນ​ຈຳນວນ​ໜຶ່ງ​ຂອງ​ຮົງ​ກົງ​ກໍ່​ອາດ​ຈະ​ໄດ້​ຮັບ​ຜົນ​ກະທົບ​ເຊັ່ນ​ກັນ​.​ໂດຍ​ປະ​ເຊີນ​ໜ້າ​ກັບ​ຜົນ​ກະ​ທົບ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ກັບ​ຕະຫຼາດ​ການ​ເງິນ, ພາກສ່ວນທີ່​ກ່ຽວຂ້ອງ​ຂອງ​ຮົງ​ກົງ​ໄດ້​ກຽມ​ພ້ອມ​ມາດ​ຕະການ​ປ້ອງ​ກັນ​ແລ້ວ.

ທ່ານ​ເຈິ່ງ​ຈຸ້ນຮວາ​ກ່າວ​ວ່າ, ມາດ​ຕະການ​ທີໜຶ່ງ ​ແມ່ນ​ຂະ​ແໜງ​ການ​ທະນາຄານ​ຮົງ​ກົງ​ຍັງຈະ​ຮັກສາ​ທຶນ​ໝູນວຽນ​ໃນ​ອັດຕາ​ສ່ວນ​​ອັນ​ແນ່ນອນ​ໄວ້​ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ​ທີ່​ເງິນ​ທຶນ​ຈະ​ໄຫຼ​ອອກ​ສູ່​ພາຍ​ນອກ. ມາດ​ຕະການ​ທີສອງ​ແມ່ນ ຕະຫຼາດ​ຫຼັກ​ຊັບ​ຮົງ​ກົງ​ໄດ້​ທຳ​ການ​ກະກຽມ​ມາ​ກ່ອນ​ແລ້ວ​​ໃນ​ການວາງ​ມາດ​ຕະການ​ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ​ທີ່​ພັນທະບັດ​ໄລຍະ​ສັ້ນ​ຈະ​ເພີ່ມ​ຂຶ້ນ. ມາດ​ຕະການ​ທີ​ສາມ​ແມ່ນ​ພະ​ແນ​ກຄຸ້ມ​ຄອງ​ການ​ເງິນ​ຮົງ​ກົງ​ໄດ້​ຕັກ​ເຕືອນມາ​ຫຼາຍ​ເທື່ອ​ແລ້ວ​ໃຫ້​​ທະນາຄານ​ຮັບປະກັນ​ສະພາບ​ເງິນ​ຄ່ອງ​ຢ່າງ​ພຽງພໍ, ມາດ​ຕະການ​ທີສີ່​ແມ່ນ​​ຫຼັກ​ຊັບ​ກອງ​ທຶນ​ເງິນຕາ​ຕ່າງປະ​ເທດທີ່​ມີ​ມູນ​ຄ່າ 750 ຕື້​ໂດລາ​ຮົງ​ກົງ​ຢູ່​ໃນຕະຫຼາດ​ຮົງ​ກົງ​ໃນ​ປະຈຸ​ບັນ​ສາມາດ​​ເປັນ​ຫຼັກ​ປະກັນທີ່​ພຽງພໍ,​ເພື່ອ​ຈະໄດ້​ຮັບ​ທຶນ​ໝູນວຽນ​ສະກຸນ​ໂດ​ລາ​ຮົງ​ກົງ.