ນ້ຳ​ເປື້ອນຂອງ​ໂຮງ​ໄຟຟ້າ​ນີວ​ເຄຼຍຟູ​ຄູຊິ​ມະ​ທີ​ໜຶ່ງ​ຂອງ​ຍີ່​ປຸ່ນລົ້ນອອກ​ຈາກ​ຄັນ​ຄູ​ກັນ​ນ້ຳ

(GMT+08:00) 2013-10-21 17:10:29     cri
ວັນ​ທີ 20 ຕຸລາ​ນີ້, ບໍລິສັດ​ໄຟຟ້າ​ໂຕ​ກຽວ​ຍີ່​ປຸ່ນ​ໄດ້​ຖະ​ແຫຼ​ງວ່າ, ​ຍ້ອນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ຝົນ​ຕົກໜັກ, ກຸ່ມ​ຖັງ​ນ້ຳ​ຂອງ​ໂຮງ​ໄຟຟ້າ​ນີວ​ເຄຼຍຟູ​ຄູ​ຊີ​ມະ​ທີ​ໜຶ່ງ​ມີ​ນ້ຳ​ອັ່ງ​ໄດ້​ລົ້ນອອກ​ຈາກ​ຄັນ​ຄູ​ກັນ​ນ້ຳ​ຫຼາຍ​ບ່ອນ, ນ້ຳ​ເປື້ອນທີ່​ປົນ​ເປື້ອນສານ​ກຳ​ມັນ​ຕະພາບ​ລັງສີ​ໄດ້​ໄຫຼ​​ເຂົ້າ​ຄອງ​ລະບາຍ​ນ້ຳ​​ທີ່​ຕໍ່​ກັບ​ທະ​ເລນ​ອກ,ຊຶ່ງ​ອາດ​ຈະ​ໄຫຼ​ເຂົ້າ​ສູ່​ທະ​ເລນ​ອກ​ໄດ້.

ທາງບໍລິສັດ​ໄຟຟ້າ​ໂຕ​ກຽວ​ຊີ້​ອອກ​ວ່າ,​ໃນ​ວັນ​ທີ 20 ຕຸລາ​ນີ້, ພະນັກງານ​ກຳລັງ​ນຳ​ເອົາ​ນ້ຳ​ທີ່​ອັ່ງ​ຢູ່​ໃນ​ຄັນ​ຄູ​ກັນ​ນ້ຳ​ທີ່​ເກີດ​ຂຶ້ນ​ຍ້ອນ​ຝົນຕົກ​ຈາກ​ລົມພາຍຸ​ຫົວທີ 26 ​ໃນ​ອາທິດ​ຜ່ານ​ມາ​ນັ້ນ​ໄປ​ບັນຈຸ​ໄວ້​ໃນ​ຖັງ​ນ້ຳ​ອື່ນ. ​ເລີ່​ມ​ແຕ່​ເວລາ​ປະມານ 14 ​ໂມງ​ເປັນ​ຕົ້ນ​ໄປ, ​ເນື້ອ​ງຈາກ​ວ່າ​ປະລິມານ​ນ້ຳ​ຝົນ​ມີຫຼາຍ​ເກີນ​ໄປ, ຈິ່ງ​ເຮັດ​ໃຫ້​ນ້ຳ​ອັ່ງ​ລົ້ນ​ອອກ​ຈາກ​ຄັນ​ຄູ​ຊຶ່ງ​ບ່ອນ​​ໄຫຼ​ລົ້ນ​ອອກມີ​​ເຖິງ 12 ບ່ອນ. ບໍລິສັດ​ໄຟຟ້າ​ໂຕ​ກຽວ​ກຽມ​ຈະ​ກວດກາ​ປະລິມານ​ນ້ຳ​ທີ່ລົ້ນ​ອອກ​ແລະ​ຄວາມ​ເຂັ້ມຂຸ້ນ​ຂອງ​ສານ​ກຳ​ມັນ​ຕະພາບ​ລັງສີ, ​ເພີ່ມ​ທະວີ​ການ​ຕິດຕາມ​ຄວບ​ຄຸມ​ກຸ່ມ​ຖັງ​ນ້ຳ​ອື່ນໆອີກ.

ນອກ​ຈາກ​ນ້ຳ​ອັ່ງ​​ໄຫຼ​ລົ້ນ​ອອກ​ໃນຄັ້ງ​ນີ້​ແລ້ວ, ຜ່ານ​ມາ, ບໍລິສັດ​ໄຟຟ້າ​ໂຕ​ກຽວ​ໄດ້​ລະບາຍ​ນ້ຳ​ເປື້ອນທີ່ຢູ່​ໃນ​ໂຮງ​ໄຟຟ້າ​ນີວ​ເຄຼຍຟູ​ຄູ​ຊີ​ມະ​ທີ​ໜຶ່ງ​ອອກ​ສູ່​ທະ​ເລ​ມາ​ຫຼາຍ​ເທື່ອ​ຍ້ອນ​ສາ​ເຫດ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ຝົນຕົກ​ແລະ​ອື່ນໆ.