ງານ​ສົນທະນາ​ເພື່ອແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ໃໝ່​ຂອງ​ວິ​ສາ​ຫະກິດ​ຈີນ-ອາ​ຊຽນ​ໃນ​ທົດ​ສະ​ວັດ​ເພັດ​ມະນີ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ຂອງ​ຈີນ

(GMT+08:00) 2013-10-21 17:13:43     cri

ຕອນ​ເຊົ້າ​ວັນ​ທີ 21 ຕຸລາ​ນີ້, ງານ​ສົນທະນາ​ເພື່​ອ​ແລກປ່ຽນ​ຄວາມ​ຄິ​ດຄວາມ​ເຫັນ​ພາຍ​​ໃຕ້​ຫົວ​ຂໍ້ "ທົດ​ສະ​ວັດ​ເພັດ​ມະນີ​ຈີນ-ອາຊຽນ: ການພັ​ດທະນາ​ໃໝ່​ຂອງ​ວິ​ສາ​ຫະກິດ"​ໂດຍ​ມີ​ສະ​ພາ​ການ​ຄ້າ​ຈີນ-ອາ​ຊຽນ​ເປັນ​ເຈົ້າພາບ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ. ຜູ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເຫັນ​ວ່າ, ຈີນ​ແລະ​ອາ​ຊຽນ​ສ້າງ​ທົດ​ສະ​ວັດ​ເພັດ​ມະ​ນີ​ຈະ​ນຳ​ເອົາ​ໂອ​ກາດ​ການ​ຄ້າ​ໃໝ່​ຢ່າງ​ຫຼວງ​ຫຼາຍ​ມາ​ໃຫ້​ການ​ພັດ​ທະ​ນາ​ຂອງ​ວິ​ສາ​ຫະ​ກິດ​ທັງ​ສອງ​ຝ່າຍ.

ທ່ານ​ສູ​ນິງໆ ຮອງ​ເລຂາທິການ​ໃຫຍ່ປະຈຳ​ສະພາ​ການ​ຄ້າ​ຈີນ-ອາ​ຊຽນກ່າວ​ວ່າ, ວິ​ສາ​ຫະກິດ​ຕ່າງໆ​ຄວນ​ກຳ​ໂອກາດ​ການ​ຄ້າ,​ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ​ຂອງ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ. ທ່ານ​ສີ​ຈ້ຽນ​ໂກວ ​ອະດີດເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະ​ຈຳ​ຫວຽດນາມ​ກ່າວ​ວ່າ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ຫຼີ​ເຄີ້ສ໋ຽງ ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ຢ້ຽມຢາມ​ປະ​ເທດ​ອາ​ຊຽນ​​ເຊິ່ງໄດ້​ເພີ່ມ​ພະລັງ​ແຮງ​ໃໝ່​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະຫວ່າງ​ສອງ​ຝ່າຍ. ທົດ​ສະ​ວັດ​ເພັດ​ມະນີຈີນ-ອາ​ຊຽນຈະ​ສ້າງ​ໂອກາດ​ທີ່​ດີ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ວິ​ສາ​ຫະກິດ​ທັງ​ສອງ​ຝ່າຍ, ທ່ານ​ມີ​ຄວາມ​ໝັ້ນ​​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ອະນາຄົດ.