ກອງ​ປະຊຸ​ມສຸດ​ຍອດຕົວ​ເມືອງ​​ແຫ່ງ​ການປະດິດ​ສ້າງຂອງອົງການ​ຢູ​ເນັສ​ໂກໄຂ​ຂຶ້ນທີ່​ປັກ​ກິ່ງ​

(GMT+08:00) 2013-10-21 11:22:04     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 20 ຕຸລາ​ນີ້, ກອງ​ປະຊຸ​ມສຸດ​ຍອດຕົວ​ເມືອງ​​ແຫ່ງ​ການປະດິດ​ສ້າງຂອງອົງການການ​ສຶກສາ ວິທະຍາສາດ​ແລະ​ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ​ຫຼື​​ຢູ​ເນັສ​ໂກຄັ້ງ​ທຳ​ອິດ​ໄດ້​​ໄຂຂຶ້ນ​ຢູ່​ຫໍພິພິທະ​ພັນນະຄອນຫຼວງ​ທີ່ປັກ​ກິ່ງດ້ວຍ​ບັນຍາກາດ​ອັນ​ຄຶກຄື້ນ, ທ່ານ​ລີ​ວຢຽນຕຸ່ງ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ພິທີກອງ​ປະຊຸມແລະ​ພົບ​ປະ​ກັບ​ທ່ານ​ນາງອິຣີນາ ​ເກ​ອໍ​ກີ​ເອວາ ​ໂບ​ໂກ​ວາ ຜູ້ອຳນວຍການ​ໃຫຍ່​ອົງການ​ຢູ​ເນັສ.

ທ່ານ​ລີ​ວຢຽນຕຸ່ງຊີ້​ອອກ​ວ່າ, ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ຮ່ວມ​ມື​ກັບ​ອົງການ​ຢູ​ເນັສ​ໂກ, ຫວັງ​ໃຫ້​ຜ່ານ​ຮູບ​ການ​​ຕ່າງໆ, ​ເປີດກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື​ແລະລົງ​ເລິກເນື້ອ​ໃນ​ການ​ຮ່ວມ​ມືຕື່ມ​ອີກ, ​ເພີ່​ມທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະ​ທຳ​-ສັງຄົມກັບປະ​ເທດ​ຕ່າງໆ, ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ມວນ​ມະນຸດ.

ທ່ານ​ນາງ​ໂບ​ໂກ​ວາ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ຮ່ວມ​ມື​ທີ່​ດີ​ລະຫວ່າງ​ສອງ​ຝ່າຍ, ​ໂດຍ​ໄດ້ສະ​ແດງ​​ຍິນ​ດີ​ທີ່​ຈະເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ, ວິທະຍາ​ສາດ​ແລະ​ວັດທະນະທຳ.