ມະຫາ​ວິທະຍາ​ໄລ​ຈີນສ້າງ​​ສາຂາ​ຕ່າງປະ​ເທດ​ແຫ່ງ​ທຳ​ອິດຢູ່​ມະ​ເລ​ເຊຍ

(GMT+08:00) 2013-10-21 14:55:02     cri
ໃນ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຈີນ-ມະ​ເລ​ເຊຍ​ທີ່​ຈັດ​ຂຶ້ນ​ໃນຫວ່າງ​ມໍ່ໆ​ມານີ້, ທະນາຄານ​ພັດທະນາ​ແຫ່ງ​ຊາດ​ຈີນ, ກຸ່ມ​ບໍລິສັດ​ສິງ​ຢາງ​ກວາງ​ມະ​ເລ​ເຊຍ ​ແລະ​ມະຫາວິທະຍາ​ໄລ​​ເຊ້ຍ​ເມີນ​ຈີນໄດ້ເຊັນ​ສັນຍາ​ຮ່ວມ​ກັນວ່າ​ດ້ວຍ​ການ​ສະໜັບສະ​ໜູນ​ການ​ສ້າງ​​ສາຂາ​ ​ຂອງ​ມະຫາວິທະ​ຍາ​ໄລ​ເຊ້ຍ​ເມີນ​ຂອງ​ຈີນ​ຢ່າງ​ຮອບດ້ານຢູ່​ມະ​ເລ​ເຊຍ. ຈີນ-ມະ​ເລ​ເຊຍ​ຍັງ​ປະກາດ​ວ່າ, ຈະສ້າງຕັ້ງວິທະຍາໄລ​ທະ​ເລ​ຈີນ-ອາ​ຊຽນ ​ບົນ​ພື້ນຖານ​ໂຮງຮຽນ​ສາຂາ​ຢູ່​ມະ​ເລ​ເຊຍ​ຂອງ​ມະຫາວິທະຍາ​ໄລ​ເຊ້ຍ​ເມີນ,. ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່​ຈີນ​ເຫັນ​ດີ​ໃຫ້​ມະຫາວິທະຍາ​ໄລຂອງ​ລັດສ້າງ​ໂຮງຮຽນ​ສາຂາ​ຢູ່​ຕ່າງປະ​ເທດ.

ຕາມ​ທ່ານ​ນາ​ຈິບ ຕຸ​ນ ຣາຊັກ ນາຍົກລັດຖະມົນຕີມະ​ເລ​ເຊຍ​ເຜີຍ​ໃຫ້​ຮູ້​ວ່າ, ການ​ແນະນຳໃຫ້​ມະຫາວິທະຍາ​ໄລ​ເຊ້ຍ​ເມີນ​ຂອງ​ຈີນ​ໄປ​​ສ້າງສາຂາ​ຢູ່​ມະ​ເລ​ເຊຍ​ແມ່ນ​ທ່ານສະເໜີຕໍ່ທ່ານ​ເວີ່ນ​​ເຈ່ຍ​ປາວ ອະດີດນາຍົກລັດຖະມົນຕີຈີນ​​ໃນ​ເວລາ​ໄປ​ເຂົ້າ​ຮ່ວມ​ພິທີວາງສີລາລືກການສ້າງເຂດ​ນິຄົມ​ອຸ​ດສາ​ຫະກຳ​ຊິ່ນ​ໂຈ່​ວຈີນ-ມະ​ເລ​ເຊຍ​ຢູ່​ເຂດ​ກວາງຊີ​ຂອງ​ຈີນ​ໃນ​ວັນ​ທີ 1 ​ເມສາ​ປີ 2012ຜ່ານມາ. ມະຫາວິທະຍາ​ໄລ​ເຊ້ຍ​ເມີນ​ແມ່ນ​ທ່ານ​ເສີນ​​ເຈ່ຍ​ເກິ່ງ ຫົວໜ້າຊາວມະເລເຊຍເຊື້ອສາຍ​ຈີນ​ທີ່​ມີ​ຊື່​ສຽງ​ເປັນຜູ້ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1921, ​ໄດ້​ຮັກສາ​ການ​ພົວພັນ​ທີ່​ພິ​ເສດ​​ກັບ​ສັງຄົມ​ຊາວ​ມະ​ເລ​ເຊຍເຊື້ອສາຍຈີນ​ມາໂດຍ​ຕະຫຼອດ, ນອກ​ນີ້ ມະຫາວິທະຍາ​ໄລ​ເຊ້ຍ​ເມີນ​ກໍ່​ໄດ້​ຢືນ​ຢູ່​​ແຖວ​ໜ້າໃນຂົງ​ເຂດຄົ້ນຄວ້າອາຊີ​ຕາ​ເວັນ​ອອກສຽງ​ໃຕ້ຂອງ​ທົ່ວ​ປະ​ເທດຈີນມາ​ໂດຍ​ຕະຫຼອດ.