ຣັດ​ເຊຍ​ໄດ້​ເຊັນ​ສັນຍາ​ກັບຈີນ​ໂດຍ​ຈະ​ສະໜອງ​ນ້ຳມັນ​ດິບ​ໃຫ້​ຈີນ​​ໃນ​ປະລິມານ 10​ລ້ານ​ໂຕນ ຕໍ່​ປີ

(GMT+08:00) 2013-10-22 16:31:10     cri
ວັນ​ທີ 22 ຕຸລາ​ນີ້, ຢູ່​ທີ່​ສຳນັກຂ່າວສານ​ຊິນ​ຮວາ, ທ່ານ​ດີມີຕຼີ ເມັດ​ເວ​ເດັຟ  ນາຍົກລັດຖະມົນຕີຣັດ​ເຊຍ​ທີ່​ກຳລັງ​ຢ້ຽມຢາມ​ຈີນຢ່າງ​ເປັນ​ທາງ​ການ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ​ເປັນ​ປະຈຳ​ລະຫວ່າງ​ນາຍົກລັດຖະມົນຕີຈີນ-ຣັດ​ເຊຍ​ຄັ້ງ​ທີ 18 ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກັບ​ຊາວ​ເນັດ​ຈີນ​ໂດຍ​ຜ່ານ​ເວັບ​ໄຊ​ຊິນ​ຮວາ. ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ຊາວ​ເນັດ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ຈີນ​ກັບຣັດ​ເຊຍ, ທ່ານ​​ເມັດ​ເວ​ເດັຟກ່າວ​ວ່າ, ຈີນ​ແລະຣັດ​ເຊຍ​ໄດ້​ລົງ​ນາມ​ໃນ​ເອກະສານ​ໃນ​ວັນ​ທີ 22 ຕຸລາ​ນີ້, ຕາມ​ສັນຍາສະບັບນີ້, ​ແຕ່ລະ​ປີ ຝ່າຍຣັດ​ເຊຍ​ຈະສະໜອງ​ນ້ຳມັນ​ດິບ​ 10 ລ້ານ​ໂຕນ​ໃຫ້​ຈີນ.

ນອກ​ນີ້, ທ່ານ​ເມັດ​ເດ​ເວັຟຍັງ​ໄດ້​​ແຈ້ງ​ໃຫ້​ຊາບ​ສະພາບ​ກ່ຽວ​ກັບ​ຈີນຣັດ​ເຊຍ​ຮ່ວມ​ກັນ​ສ້າງ​ໂຮງ​ກັ່ນ​ນ້ຳມັນ​ທຽນ​ສິນ​ຢູ່​ຈີນ.