ເນື້ອ​ໃນ​ສັງ​ເຂ​ບຂອງ​ຍຸດ​ທະ​ສາດຮັກສາ​ຄວາມ​ປອດ​ໄພຍີ່​ປຸ່ນລະບຸ​ວ່າ​ຈະ​ດັດ​ແກ້ "3ຫຼັກການ​ກ່ຽວ​ກັບ​ການ​ສົ່ງ​ອອກ​ອາວຸດ"

(GMT+08:00) 2013-10-22 16:48:50     cri
ຂ່າວສານ​ກຽວ​ໂດ​ຍີ່​ປຸ່ນລາຍ​ງານ​ໃນ​ວັນ​ທີ 21 ຕຸລາ​ນີ້​ວ່າ, ວັນ​ທີ 21ຕຸລາ​ນີ້,ກອງ​ປະຊຸມ​ສົນທະນາ​ກ່ຽວ​ກັບ​ການ​ຮັບປະກັນຄວາມ​ປອດ​ໄພ​ແລະກຳລັງ​ປ້ອງ​ກັນຊາ​ດຂອງ​ອົງການ​ປຶກສາ​ຫາລື​ຍຸດ​ທະ​ສາດ​ຮັບປະກັນ​ຄວາມ​ປອດ​ໄພ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ທ່ານ​ຊິນ​ໂຈ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ນັ້ນ​ໄດ້​ກຳ​ນົດ​ເນື້ອ​ໃນ​ສັງ​ເຂ​ບຂອງຍຸດ​ທະ​ສາດ​ຮັບປະກັນ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ໂດຍ​ໄດ້​ສະ​ເໜີ​ມາດ​ຕະການ​ລະອຽດ​ຕ່າງໆ​ເຊັ່ນ​ຈະ​ດັດ​ແກ້​ "3ຫຼັກການ​ກ່ຽວ​ກັບ​ການ​ສົ່ງ​ອອກ​ອາວຸດ".

ເນື້ອ​ໃນ​ສັງ​ເຂ​ບສະບັບ​ດັ່ງກ່າວ​ນີ້​ລະບຸ​ວ່າ, ຍີ່​ປຸ່ນຈະ​ເພີ່ມ​ທະວີ​ພັນທະ​ມິດ​ຍີ່​ປຸ່ນກັບອາ​ເມ​ລິ​ກາ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ, ປ້ອງ​ກັນບໍ່​ໃຫ້​ເກີດ​ສະພາບ​ການ​ທີ່​ອາດ​ຈະ​ເປັນ​ໄພ​ຂົ່ມຂູ່​ໂດຍ​ກົງ​ຕໍ່​ຍີ່​ປຸ່ນ. ອີງ​ຕາມ​​ເນື້ອ​ໃນ​ສັງ​ເຂ​ບສະບັບ​ດັ່ງ​ກ່າວ​ນີ້,ຍີ່ປຸ່ນຈະ​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​​ຜືນ​ແຜ່ນດິນ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ທະ​ເລ; ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ອາວຸດ​ຍຸດ​ໂທ​ປະ​ກອນ​ປ້ອງ​ກັນ​ຊາ​ດ​ພ້ອມ​ດ້ວຍ​ເຕັກ​ນິກ​ທີ່​ກ່ຽວ​ຂ້ອງ, ດັດ​ແກ້​"3​ຫຼັກ​ການ​ກ່ຽວ​ກັບ​ການ​ສົ່ງ​ອອກ​ອາວຸດ"; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ທີ່​ມີຄ່າ​ນິຍົມ​ທີ່​ຄືກັນ​ກັບ​ຍີ່​ປຸ່ນ; ປູກ​ຈິດ​ສຳນຶກ​ນ້ຳ​ໃຈ​ຮັກ​ຊາດ​ໃຫ້​ແກ່​ປະຊາຊົນ, ​ເພີ່ມ​ທະວີ​ການ​​ໂຄສະນາ​ສຶກສາ​ທາງ​ດ້ານ​ການ​ເປີດ​ກວ້າງ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຊາດ​ແລະ​ອື່ນໆ.ສື່​ສຳຄັນ​ຂອງ​ເບຼຊີ​ນ​ເບິ່ງ​ທ່າ​ອ່ຽງຂະຫຍາຍຕົວ​ຂອງ​ເສດຖະກິດ​ຈີນ​ໃນ​ອະນາຄົດ​ໄປ​ໃນ​ທາງ​ທີ່