ນາຍົກ​ຣັດ​ເຊຍກ່າວ​ວ່າ ການ​ພົວພັນ​ລະຫວ່າງຣັ​ດ​ເຊຍ​ກັບ​ຈີນ​ໄດ້​ບັນລຸ​ເຖິງ​ລະດັບ​ສູງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ

(GMT+08:00) 2013-10-22 16:50:25     cri

ທ່ານ​ເມັດ​ເວ​ເດັຟ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກັບ​ຊາວ​ເນັດ​ໂດຍ​ຜ່ານ​ເວັບ​ໄຊ​ຊິນ​ຮວາ​ຢູ່​ສຳນັກ​ຂ່າວສານ​ຊິນ​ຮວາ​ໃນ​ວັນ​ທີ 22 ຕຸລາ​ນີ້.

ວັນ​ທີ 22 ຕຸລາ​ນີ້,ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ​ດີມີຕຼີ ເມັດ​ເວ​ເດັຟ ນາຍົກລັດຖະມົນຕີຣັດ​ເຊຍ​ກ່າວ​ວ່າ, ການ​ພົວພັນ​ລະຫວ່າງຣັ​ດ​ເຊຍ​ກັບ​ຈີນ​ໄດ້​ບັນລຸ​ເຖິງ​ລະດັບ​ສູງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ຊຶ່ງ​ບໍ່​ພຽງ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ຢູ່​ໃນ​ດ້ານ​ຂະໜາດ​ສັງ​ລວມຂອງ​ການ​ພົວພັນ​ທັງ​ໝົດ​ລະຫວ່າງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຍັງ​ ​ສ່ອງ​ແສງ​ໃຫ້​ເຫັນຢູ່​ໃນ​ລະດັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປະຈຸ​ບັນ​ອີກ​ດ້ວຍ.

ທ່ານ​ເມັດ​ເວ​ເດັຟ​ໄດ້​ກ່າວ​ຄວາມ​​ເຫັນດັ່ງກ່າວ​ໃນ​ເວລາ​ທ່ານ​ແລກປ່ຽນ​ຄວາມ​ເຫັນ​ກັບ​ຊາວ​ເນັດ​ໂດຍ​ຜ່ານ​ເວັບ​ໄຊ​ຊິນ​ຮວາ​ຢູ່​ສຳນັກ​ຂ່າວສານ​ຊິນ​ຮວາ​ໃນ​ວັນ​ທີ 22 ຕຸລາ​ນີ້.
 
ທ່ານ​ເມັດ​ເວ​ເດັຟກ່າວ​ວ່າ, ຣັດ​ເຊຍ​ແລະ​ຈີນ​ໄດ້​ກຳນົດ​ການພັວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ປະຈຸ​ບັນ​ໃຫ້​ເປັນ​ການ​ພົວພັນ​ຄູ່​ປະສານ​ງານ​ຍຸດ​ທະ​ສາດ​ຮອບດ້ານ. ສະພາບ​ເບື້ອງ​ຫຼັງ​ຂອງ​ຄຳ​ວ່າການ​ພົວພັນ​ຄູ່​ປະສານ​ງານ​ຍຸດ​ທະ​ສາດ​ຮອບດ້ານ​ແມ່ນ​ຍອດ​ມູ​ນຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍມີ​ຢ່າງ​ຫຼວງ​ຫຼາຍ​ຄືມີ​ເກືອບ 100ຕື້​ໂດ​ລາ. ຣັດ​ເຊຍ​ແລະ​ຈີນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຢູ່​ເຂດ​ຕາ​ເວັນ​ອອກ​ໄກ, ຫວັງ​ວ່າ​ຈະ​ມີ​ວິ​ສາ​ຫະກິດ​ຈີນໄປ​ລົງທຶນ​ຢູ່ຣັດ​ເຊຍຕື່ມ​ອີກຫຼາຍ​ກວ່າ​ເກົ່າ​.