ສື່​ສຳຄັນ​ຂອງ​ເບຼຊີ​ນ​ເບິ່ງ​ທ່າ​ອ່ຽງຂະຫຍາຍຕົວ​ຂອງ​ເສດຖະກິດ​ຈີນ​ໃນ​ອະນາຄົດ​ໄປ​ໃນ​ທາງ​ທີ່​ດີ

(GMT+08:00) 2013-10-22 16:52:53     cri
ໜັງສືພິມ Folha de S. Paulo ຊຶ່ງ​ເປັນ​ສື່​ມວນ​ຊົນ​ທີ່ສຳຄັນ​ຂອງ​ເບຼຊີ​ນ​ໄດ້​ລົງ​ພິມ​ບົດ​ຄວາມ​ໃນ​ເມື່ອ​ມໍ່ໆ​ມາ​ນີ້​ໂດຍ​ຂຽນ​ວ່າ, ຈັງຫວະ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຈີນ​ໃນ​ໄຕ​ມາດ​ທີ 3 ມີ​ເຖິງ 7,8%, ຊຶ່ງ​ສູງ​ກວ່າ​ເປົ້າ​ໝາຍ​ທີ່​ລັດຖະບານ​ຈີນ​ຕັ້ງ​ໄວ້​ລ່ວງໜ້າ​ທີ່​ໃຫ້​ມີ​ການ​ເຕີບ​ໂຕ 7,5%​ໃນ​ໝົດ​ປີ2013​ນີ້. ທ່າ​ອ່ຽງການ​ເຕີບ​ໂຕ​ທີ່​ດີ​ໃນ​ໄຕ​ມາດ​ທີ 3 ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ລັດຖະບານ​ໃນ​ການ​ດຳ​ເນີນ​ການ​ປະຕິ​ຮູບ, ​ແລະ​ມີ​ຜົນ​ດີ​ຕໍ່​ລັດຖະບານ​ຈີນ​​ໃນ​ການຮັກສາ​ແຜນ​ປະຕິ​ຮູບ​​ແຜນ​ເກົ່າ, ສາມາດຫັນປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດ​ເທື່ອ​ລະ​ກ້າວ​ພາຍ​ໃຕ້​ກໍລະນີ​ທີ່​ບໍ່​ນຳ​ໃຊ້​ມາດ​ຕະການ​ກະ​ຕຸ້ນ​ຫຼາຍ​ກວ່າ​ເກົ່າ.

ລົງທຶນ​​ຫັນ​ຈຸດ​ສຸມ​ໄປ​ສູ່ຕະຫຼາດ​ພາຍ​ໃນ​ແລະ​ຄວາມກ້ຳ​ເຄິ່ງດ້ານເສດຖະກິດ, ​ຈັ​ງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ຈະຊ້າລົງ​ໜ້ອຍ​ໜຶ່ງ​ໃນ​ທ້າຍ​ປີ​ນີ້​ແລະ​ປີໜ້າ, ​ແຕ່​ມີ​ນັກວິ​ເຄາະ​ຈຳນວນ​ໜຶ່ງ​ເຫັນ​ວ່າ,ມັນ​ບໍ່​ແມ່ນ​ເລື່ອງ​ທີ່​ບໍ່ດີ​ແນ່ນອນ. ກອງ​ປະຊຸມ​ຄົບ​ຄະນະຄັ້ງທີ 3 ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ 18 ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້,ຄາດ​ວ່າ​ຈະ​ວາງ​ນະ​ໂຍບາຍ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ​ທີ່​ກ່ຽວ​ຂ້ອງ​,ຊຶ່ງ​ເຮັດ​ໃຫ້​ເສດຖະກິດ​ຈີນ​ສາມາດ​ບັນລຸ​ການ​ກ້ຳ​ເຄິ່ງກັນ​ຄືນ​ໃໝ່.