ທ່ານ​ຫຼີ​ເຄີ້ສຽງ​ຊີ້​ອອກ​ວ່າ ປັບປຸງ​ສະພາບ​ເສດຖະກິດ​ຂອງ​ຈີນໃຫ້​ສົມບູນ​ຂຶ້ນຢ່າງ​ໝັ້ນ​ທ່ຽງ​ແລະ​ຂະຫຍາຍຕົວ​ໄປ​ໃນ​ທາງ​ທີ່​ດີ ​ເຮັດ​ໃຫ້ຜົນສຳ​ເລັດ​ດ້ານ​ການ​ພັດທະນາ​ແລະ​ປະຕິ​ຮູບສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ທົ່ວ​ປະ​ເທດ

(GMT+08:00) 2013-10-22 11:04:58     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 21 ຕຸລາ​ນີ້, ທ່ານ​ຫຼີ​ເຄີ້ສຽງ ກຳມະການປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 16 ຂອງ​ກຳມະບານ​ຈີນ​ຕາມ​ຄຳ​ເຊີນ​ແລະ​ລາຍ​ງານ​ສະພາບ​ວຽກ​ງານກ່ຽວ​ກັບສະຖານະ​ການ​ເສດຖະກິດ​ໃນ​ກອງ​ປະຊຸມ.

ທ່ານ​ຫຼີ​ເຄີ້ສຽງ​ໄດ້​ວິ​ເຄາະ​ແລະບັນ​ລະ​ຍາຍສະພາບ​ດ້ານ​ເສດຖະກິດ​ຂອງ​ຈີນ​ຢ່າງ​ເລິກ​ເຊິ່ງ. ທ່ານ​ກ່າວ​ວ່າ, ​ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ຜ່ານ​ຄວາ​ມພະຍາຍາມ​ຮ່ວມ​ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ, ​ເສດຖະກິດ​ຂອງ​ຈີນ​ໄດ້ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຂະຫຍາຍຕົວ​ໄປ​ໃນ​ທາງ​ທີ່​ດີ. ​ແຕ່​ໃນ​ຂະ​ບວນການ​ໝູນ​ເດີນ​ຂອງ​ເສດ​ຖະກິດ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຍັງ​ມີ​ປັດ​ໄຈ​ທີ່​ບໍ່​ແນ່ນອນ​ແລະ​ບໍ່​ໝັ້ນ​ທ່ຽງ​ຫຼາຍ​ປະການ, ​ເສັ້ນທາງຂອງ​ການ​ພັດທະນາ​ເສດຖະກິດ​ຍັງ​ມີ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍຢ່າງຫຼວງ​ຫຼາຍ, ພື້ນຖາ​ນດ້ານ​ການ​ໝູນ​ເດີນ​ເສດຖະກິດ​ໃຫ້​ມີ​ຄວາມ​ຕໍ່​ເນື່ອງ​ແລະ​ໝັ້ນ​ທ່ຽງ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ. ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ມີ​ຄວາມ​ຮັບ​ຮູ້ທີ່ຈະແຈ້ງຕໍ່ເລື່ອງນີ້. ຂໍ​ແຕ່​ວ່າສືບ​ຕໍ່​ປະສານ​ສົມທົບ​ການ​ພັດທະນາ​ເສດຖະກິດ​ຢ່າງ​ໝັ້ນ​ທ່ຽງ ປັບປຸງ​ອົງ​ປະກອບ​ແລະຊຸກຍູ້​ການ​ປະຕິ​ຮູບ​ໃຫ້​ເປັນ​ເອກະ​ພາບ​ກັນ​​ເປັນ​ຢ່າງ​ດີ, ​ເສີມ​ຂະຫຍາຍ​ບົດບາດ​ທີ່​ດີ​ຂອງ​ນະ​ໂຍບາຍ​ແລະ​ມາດ​ຕະການ​, ເປົ້າ​ໝາຍ​ທີ່​ສຳຄັນ​ຂອງ​ການ​ພັດທະນາ​ເສດຖະກິດ​-ສັງຄົມ​ໃນ​ໝົດ​ປີ 2013 ​ແມ່ນ​ເປົ້າ​ໝາຍ​ທີ່ສາມາດ​ບັນລຸ​ຜົນ​ເປັນ​ຈິງ​ໄດ້.

ທ່ານ​ຫຼີ​ເຄີ້ສຽງຊີ້​ອອກ​ວ່າ, ປະຈຸ​ບັນ ການ​ຫັນ​ເປັນ​ອຸດສາຫະກຳ​ແລະ​ການ​ຫັນ​ເປັນ​ຕົວ​ເມືອງ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ການ​ພັດທະນາ​ຂອງ​ພາກ​ພື້ນ​ມີ​ຊ່ອງ​ຫວ່າງ​ອັນ​ໃຫຍ່​ຫຼວງ, ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ຄວາມ​ຮຽກຮ້ອງ​ຕ້ອງການ​ພາຍ​ໃນ​ມີ​ຢ່າງ​ຫຼວງ​ຫຼາຍ, ການລົງ​ເລິກ​ການ​ປະຕິຮູບ​ກໍ່​ຈະ​ສ້າງຜົນກຳ​ໄລ​ດ້ານ​ລະບອບ​ຫຼາຍ​ກວ່າ​ເກົ່າ, ​ເສດຖະກິດ​ຂອງ​ຈີນ​ໄດ້​ມີ​ພື້ນຖານ​ທີ່​ດີ​ໃນ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ປອດ​ໃສ. ຄຽງ​ຄູ່​ກັບ​ປັດ​ໄຈ​ພາຍ​ໃນ​ແລະ​ເງື່ອນ​ໄຂ​ພາຍ​ນອກ​​ໃນ​ການ​ພັດທະນາ​ເສດຖະກິດ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ, ​ເສດຖະກິດ​ຂອງ​ຈີນ​ໄດ້ພັດທະນາຈາກການ​ພັດທະນາ​ດ້ວຍຄວາມ​ໄວ​ສູງ​​ເຂົ້າ​ສູ່​ໄລຍະ​ໃໝ່​ແຫ່ງ​ການ​ພັດທະນາ​ດ້ວຍຄວາມ​ໄວ​ປານກາງ​ແລະ​ສູງ. ຕ້ອງສືບ​ຕໍ່​ປັບປຸງ​ສະພາບ​ດ້ານ​ການ​ພັດທະນາ​ເສດຖະກິດ​ໃຫ້​ດີ​ຂຶ້ນ​ແລະ​ຂະຫຍາຍ​ໄປ​ໃນ​ທາງ​ທີ່​ດີ. ​ໃນ​ນັ້ນ ທາງ​ທີ່ດີ​ແມ່ນ​ຜ່ານ​ການ​ລົງ​ເລິກ​ແລະ​ເລັ່ງລັດ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ​ຕົ້ນຕໍຕ້ອງເຮັດ​ວຽກ​ໃນ​ດ້ານ​ການ​ຍົກ​ສູງ​ຄຸນ​ນະພາ​ບ​ແລະ​​ເພີ່ມ​ທະວີ​ປະສິທິຜົນດ້ານ​ການ​ພັດທະນາ​ແບບ​ຍືນ​ຍົງ; ຕ້ອງພະຍາຍາມ​ເຮັດ​ໃຫ້​ຈຸດ​ອ່ອນກາຍ​ເປັນ​ຈຸດ​ດີ, ​ເຮັດ​ໃຫ້ການ​ພັດທະນາ​ຂອງ​ເສດຖະກິດ​ຫັນ​​ເຂົ້າ​ສູ່​ສະພາບ​ທີ່​ຕົ້ນຕໍ​ອາ​ໄສ​ການ​ເຕີບ​ໂຕ​ພາຍ​ໃນ​ແລະ​ໄດ້​ຮັບ​ການ​ຊຸກຍູ້​​ໂດຍ​ຜ່ານ​ການ​ປະດິດ​ສ້າງ​ຢ່າງ​ຕິດ​ແທດ​ຕົວ​ຈິງ, ຍົກ​ລະດັບ​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ; ຕ້ອງເຮັດ​ໃຫ້​ຜົນສຳ​ເລັດ​ດ້ານ​ການ​ພັດທະນາ​ເສດຖະກິດ​ສ້າງ​ຜົນ​ປະ​ໂຫຍ​ດ​​ໃຫ້​ແກ່​ປະຊາຊົນ​ທົ່ວ​ປະ​ເທດ​ຫຼາຍ​ກວ່າ​ເກົ່າ.