ເລີ່​ມອອກ​ເດີນທາງລາດຕະ​ເວນ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ​ຕາມ​ລຳ​ແມ່​ນ້ຳຂ​ອງ​ເທື່ອ​ທີ 15

(GMT+08:00) 2013-10-23 19:11:46     cri
ເວລາ 7​ໂມງ 30 ນາທີ​ຂອງ​ວັນ​ທີ 22 ຕຸລາ​ນີ້, ກອງລາດຕະ​ເວນ​ປະຕິບັດ​ກົດໝາຍ​ຮ່ວມຕາມ​ລຳ​ແມ່​ນ້ຳຂອງ​ເທື່ອ​ທີ 15 ​ໄດ້​ອອກ​ເດີນທາງ​ຈາກ​ທ່າ​ເຮືອ​ກ່ວນ​​ໄຫຼ​ຂອງ​ຈີນ. ການ​ປະຕິບັດ​ກົດໝາຍ​ເທື່ອ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາ 4 ມື້ 3 ຄືນ, ຈີນ​ແລະ​ລາວ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ປະຕິບັດ​ກົດໝາຍ​ທັງ​ໝົດ  116 ຄົນ, ​ໃນ​ນັ້ນ ລວມທັງ​ເຮືອ​ປະຕິບັດ​ກົດໝາຍ​ຂອງ​ຈີນ 3 ລຳ​ແລະ​ເຮືອ​ປະຕິບັດ​ກົດໝາຍ​ຂອງ​ລາວ 1 ລຳ.

ໃນ​​ໄລຍະ​ລາດຕະ​ເວນ, ກອງ​ປະຕິບັດ​ກົດໝາຍ​ຈະ​ດຳ​ເນີນ​ການ​ກວດກາ​ແລະ​ປະຕິບັດ​ໜ້າ​ທີ່​ຮ່ວມ​ຢູ່​ເຂດ​ນ້ຳ​ຈຸດ​ສຸມ​ທີ່ມີ​ຄວາມ​ອ່ອນ​​​ໄຫວ, ​ແລະ​ແຈກ​ບັດ​ຕິດ​ຕໍ່​ພົວພັນ​ຕຳຫຼວດ​ໃຫ້​ປະຊາຊົນ​ຂອງ 4 ປະ​ເທດ ຄື​ຈີນ,ລາວ,​ໄທ​ແລະ​ມຽນມາ. ນອກ​ນີ້, ຍັງ​ຈະ​ລົງ​ເລິກ​ແລ​ກປ່ຽນ​ກັບປະ​ເທດ​ຕ່າງໆ,​ໃນ​ນັ້ນ, ລວມທັງ​ການຈັດ​ງານ​ແລກປ່ຽນ​ຂ່າວ​ລັບ​ຫຼາຍ​ຝ່າຍ, ຈັດ​ການ​ແຂ່ງຂັນ​ເຕະບານກັບ​ກອງ​ຕຳຫຼວດ​ນ້ຳ​ມຽນມາ​ຢູ່​ທ່າ​ເຮືອ​ວານ​ປ໋າງຂອງມຽນມາ,ຈັດ​ງານ​ແລ​ກປ່ຽນ​ຄວາມ​ຄິດ​ຄວາມເຫັນ​ຢູ່​ຈຸດປະສານ​ງານ​ບ້ານ​ມອມ​ເມືອງ​ຕົ້ນ​ເຜິ້ງ​ແຂວງ​ບໍ່​ແກ້ວ​ແຫ່ງສປປ ​ລາວ​ແລະ​ອື່ນໆ.