ນາຍົກ​ຈີນ​ອິນ​ເດຍພົບ​ປະ​ເຈລະຈາກັນ

(GMT+08:00) 2013-10-23 19:20:26     cri
ວັນ​ທີ 23 ຕຸລາ​ນີ້, ທ່ານ​ຫຼີ​ເຄີ້ສ໋ຽງ ນາຍົກ​ລັດຖະມົນຕີ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ມານ​ໂມ​ຮານ ຊິງ ນາຍົກລັດຖະມົນຕີອິນ​ເດຍ. ນີ້​​ແມ່ນ​ການ​ຢ້ຽມຢາມຂອງການ​ນຳ​ຂັ້ນ​ສູງລະຫວ່າງ​ຈີນ​ກັບ​ອິນ​ເດຍອີກຄັ້ງ​ສຳຄັນ​ພາຍ​ໃນ​ປີ​ນີ້,​ແລະ​ກໍ່​ແມ່ນ​ນາຍົກລັດຖະມົນຕີຂອງສອງປະ​ເທດ​ໄດ້​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ພາຍ​ໃນປີ​ໜຶ່ງ​ເປັນ​​ເທື່ອ​ທຳ​ອິດ​ນັບ​ແຕ່​ປີ1954​ມາ​ນີ້.

ນາຍົກລັດຖະມົນຕີສອງປະ​ເທດ ​ພົບປະ​ເຈລະຈາ​ກັນ​​ແບບ​ວົງ​ແຄບ​ແລະ​ວົງ​ກວ້າງ, ​ແລະ​​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​ໃຫ້​ແກ່ພິທີ​ລົງ​ນາມ​ເອກະສານ​ຕ່າງໆ, ​ໃຫ້​ສຳພາດ​ຕໍ່ນັກ​ຂ່າວ​ແລະ​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງຜູ້ຕາງໜ້າ​ຂອງ​ວິ​ສາ​ຫະກິດ​ສອງ​ປະ​ເທດ. ກ່ອນ​ພົບ​ປະ​ເຈ​ລະ​ຈາ​ກັນ, ທ່ານ​ຫຼີ​ເຄີ້ສ໋ຽງ​ໄດ້​ຈັດ​ພິທີ​ຕ້ອນຮັບ​ທ່ານ​ມານ​ໂມ​ຮານ​ຊິງ​ຢ່າງ​ສົມ​ກຽດ.

ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ, ທ່ານ​ຈ່າງ​ເຕີ​ຈ່ຽງ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈະ​ພົບ​ປະ​ກັບ​ທ່ານ​ຊິງ.

ໃນ​ໄລຍະ​ທ່ານ​ຊິງຢ້ຽມຢາມ​ຈີນ, ທ່ານ​ຫຼີ​ເຄີ້ສ໋ຽງ​ຈະເປັນ​ເພື່ອນ​ຮ່ວມ​ທາງ​ຂອງ​ທ່ານຊິງ​ໄປ​ຢ້ຽມ​ຊົມ​ຫໍພິພິດທະພັນ​ພະ​ລາຊະ​ວັງ​ບູຮານ, ທ່ານ​ຊິງ​ຍັງ​ຈະ​ເດີນທາງ​ໄປ​ກ່າວ​ປາຖະກະຖາ​ຢູ່​ໂຮງ​ຮຽນ​ພັກສູນ​ກາງ​ພັກ​ກອມ​ມູນິດ​ຈີນຕື່ມ​ອີກ.

ໂດຍ​ຕອນ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານຫຼີ​​ເຄີ້ສ໋ຽງ ນາຍົກລັດຖະມົນຕີຈີນ, ທ່ານ​ມານ​ໂມ​ຮານ​ຊິງ ນາຍົກລັດຖະມົນຕີອິນ​ເດຍ​ໄດ້​ເດີນທາງ​ໄ​ປ​ເຖິງ​ນະຄອນຫຼວງປັກ​ກິ່ງ​ໃນ​ຕອນ​ຄ່ຳ​ວັນ​ທີ 22 ຕຸລາ​ນີ້,​ເລີ່​ມຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 3 ວັນ.