ຍົນ​ໂດຍສານ​ລຳ​ໜຶ່ງຂອງ​ຫວຽດນາມ​ພາຍຫຼັງ​ລົງ​ຈອດ​ແລ້ວ​ພົບ​ວ່າ​ມີ​ລໍ້​ຕີນ​ໜ້າ​ຂ້າງ​ໜຶ່ງ​ຫາຍ​​ໄປ

(GMT+08:00) 2013-10-23 19:24:44     cri
ບໍລິສັດ​ການບິນ​ຫວຽດນາມ​ໄດ້​ອອກ​ປະກາດ​ແຈ້ງ​ການ​ໃນ​ເມື່ອ​ມໍ່ໆ​ມ​ານີ້​ວ່າ, ວັນ​ທີ 21 ຕຸລາ​ນີ້,ຍົນ​ໂດຍສານ​ລຳ​ໜຶ່ງ​ຂອງ​ບໍລິສັດ​ພາຍຫຼັງ​ບິນ​ໄປ​ເຖິງ​ນະຄອນ​ດາ​ນັງ ທີ່​ເປັນ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ແລ້ວ,ພົບ​ວ່າ​ມີລໍ້ຕີນໜ້າ​ຂ້າງ​ໜຶ່ງ​ໄດ້​ຫາຍ​ໄປ.

ປະກາດ​ແຈ້ງ​ການ​ລະບຸ​ວ່າ, ​ໃນ​ເວລາ​ກວດກາ​ປ​ະຈຳ​, ນາຍ​ຊ່າງ​ເຕັກນິກພົບ​ວ່າ ​ເພົາຕີນ​ເບື້ອງ​ໜ້າອັນ​ໜຶ່ງ​ຫັກ​ແລະ​ລໍ້ຕີນ​​ໜ້າເບື້ອງ​ໜຶ່ງຫາຍ​ໄປ​. ຍົນ​ໂດຍສານ​ລຳ​ດັ່ງກ່າວ​ນີ້​ໄດ້​ອອກ​ເດີນທາງ​ຈາກ​ນະຄອນ​ຮາ​ຍຟອງ ທີ່​ເປັນ​ເມືອງ​ທ່າ​ທາງ​ພາກ​ເໜືອ​ຂອງ​ຫວຽດນາມ, ຜູ້​ໂດຍສານ​ແລະ​ຈຸ​ບິນ​ທັງ​ໝັດ 41 ຄົນ​ ບໍ່​ໄດ້​ຮັບ​ບາດ​ເຈັບ​​ແຕ່​ຢ່າງ​ໃດ. ​ແລະ​ໃນ​ເວລາ​ຍົນ​ລົງ​ຈອດ​ຢູ່​ສະໜາມ​ບິນກໍບໍ່​ມີ​ບັນຫາ​ຫຍັງ​ເກີດ​ຂຶ້ນ, ​ແລະ​ຄົນ​ທີ່ຢູ່​ໃນ​ຍົນ​ບໍ່​ມີ​ໃຜ​ຮູ້ສຶກ​ວ່າ​ມີ​ບັນຫາ​ແຕ່​ຢ່າງ​ໃດ.

ຍົນ​ໂດຍສານ​ລຳ​ດັ່ງກ່າວ​ນີ້​​ແມ່ນ​ລຸ້ນດຽວ​ກັບ​ຍົນ​ໂດຍສານ​ທີ່​ປະສົບ​ອຸປະຕິ​ເຫດ​ຕົກ​ຢູ່​ລາວ​ໃນອາທິດ​ຜ່ານ​ມາ,​ລ້ວນ​ແຕ່​ແມ່ນ​ຍົນATR-72. ບໍ​ລິ​ສັດຜະລິດ​ຍົນ​ຮ່ວມຂອງຝະຣັ່ງ​ແລະ​ອີ​ຕາ​ລີ​ກຳລັງ​ສືບສວນ​ສອບ​ສວນຫາ​ອຸບັດ​ເຫດ​ໃນ​ຄັ້ງ​ນີ້ຢູ່.

ນອກ​ນີ້, ໜ່ວຍງານສືບສວນອຸປະຕິເຫດຍົນຕົກຢູ່ລາວຢືນຢັນວ່າ​ໄດ້​ຮັບ​ສັນ​ຍານ​ທີ່​ສົ່ງ ອອກ​ມາ​ຈາກ​ກັບ​ດຳ​ທີ່​ຢູ່ໃນ​ແມ່​ນ້ຳຂອງ​ແລ້ວ, ແຕ່​ຍ້ອນ​ນ້ຳ​ໄ​ຫຼ​ແ​ຮງແ​ລະ​ນ້ຳ​ຂຸ້ນ, ຍັງບໍ່ສາມາດ​ເກັບ​ກູ້ເອົາກັບດຳໄດ້ເທື່ອ.