ກອງ​ປະຊຸມ​ສຸດ​ຍອດ​ລະດູ​​ໃ​ບ​ໄມ້​ຫຼົ່ນ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້

(GMT+08:00) 2013-10-23 19:26:42     cri
ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີຣົບຈະ​ຈັດ​ຂຶ້ນ​ແຕ່​ຕອນ​ຄ່ຳ​ວັນ​ທີ 24 ຫາ​ວັນ​ທີ 25 ຕຸລາ​ນີ້​ຢູ່​ນະຄອນຫຼວງ​ບຼຸກ​ແຊນ​ຂອງ​ແບນ​ຊິກ.

ຕາມຈົດໝາຍ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ກອງປະຊຸມ​ສຸດ​ຍອດທີ່​ປະທານ​ສະພາອີຣົບ​ແຈ້ງ​ໃຫ້​ຊາບໃນ​ວັນ​ທີ 22 ຕຸລາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ໃນ​ຄັ້ງ​ນີ້​ໄດ້​ກຳນົດ​ເອົາ "ການ​ສ້າງ​ຕະຫຼາດ​ດີ​ຈີ​ຕອນ​ດ່ຽວ"​ເປັນ​ຫົວ​ຂໍ້​ປຶກສາ​ຫາລື​ທີ່​ສຳຄັນ​ທີ່​ສຸດ, ສ່ວນ​ຂະ​ແໜງ​ການ​ໂທລະ​ຄົມ​ທີ່​ເປັນ​ພາກສ່ວນ​ທີ່ສຳຄັນ​ຂອງ​ຕະຫຼາດ​ດີ​ຈີ​ຕອນ​ໃນ​ປະຈຸ​ບັນ ຈະ​ກາຍ​ເປັນ​ຈຸດ​ສຸມ​ຂອງ​ການ​ປະຕິ​ຮູບ​ຂອງ​ສະຫະພາບ​ເອີຣົບ. ຄາດ​ວ່າ, ຖ້າວ່າ​ພາຍ​ໃນ​ຂອບ​ເຂດ​ສະຫະພາບ​ເອີຣົບສາມາດ​ບັນລຸ​ຕະຫຼາດ​ດີ​ຈີ​ຕອນ​ທີ່​ເປັນ​ເອກະ​ພາບ​ກັນ, ກໍ່​ຈະ​ສາມາດ​ຊຸກຍູ້​ໃຫ້​ເສດຖະກິດ​ເຕີບ​ໂຕ​ໃນ​ມູນ​ຄ່າ500​ຕື້​ເອີ​ໂຣພາຍ​ໃນ 10 ປີຂ້າງ​ໜ້າ.

ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້ຍັງ​ຈະ​ສືບ​ຕໍ່​ລົງ​ເລິກ​ຂະ​ບວນການ​ສະຫະພັນ​ເສດຖະກິດ​ແລະ​​ເງິນຕາ​ເອີຣົບ,ຕົ້ນຕໍ​ຈະ​ສຸມ​ໃສ່​ການ​ຊຸກ​ຍູ້​ການ​ສ້າງ​ຕັ້ງ​ສະຫະພັນ​ຂະ​ແໜງ​ການ​ທະນາຄານ. ຜູ້​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລະບົບ​ຊຳລະ​ສະ​ສາງ​ທະນາຄານ​ທີ່​ທຸກ​ຍາກ​ຄືກົນ​ໄກ​ແກ້​ໄຂ​ດຽວ.

ຂ່າວ​ແຈ້ງວ່າ, ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ, ທ່ານ​ມາຣີ​ໂອ ດຼາກີ ຜູ້​ວ່າການ​ທະນາຄານ​ກາງ​ເອີຣົບຈະ​ບັນ​ລະ​ຍາຍ​ສະພາບ​ຊັບ​ສິນ​ຂອງ​ຂະ​ແໜງ​ການ​ທະ​ນາ​ຄານ​ເອີຣົບຕໍ່​ຜູ້ນຳ​ປະ​ເທດ​ຕ່າງໆ, ​ເພື່ອ​ທຳ​ການ​ກະກຽມ​ຢ່າງ​ເຕັມ​ທີ່​ໃຫ້​ແກ່​ການ​ປັບປຸງ​ທະນາຄານ​ແລະ​ເສດຖະກິດ​ໃນ​ພາກ​ພື້ນ​ແຫ່ງ​ນີ້.