ລັດຖະມົນຕີກະຊວງ​ພະລັງງານຣັດ​ເຊຍ​ກ່າວ​ວ່າ ຈີນ-ຣັດ​ເຊຍ​ໄດ້​ບັນລຸ​ການ​ເຊັນສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານຫຼາຍ​ສະບັບ

(GMT+08:00) 2013-10-23 15:36:05     cri
ການ​ພົບ​ປະ​ເປັນ​ປະຈຳ​ລະຫວ່າງ​ນາຍົກລັດຖະມົນຕີຈີນ-ຣັດ​ເຊຍຄັ້ງ​ທີ 18​ ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນໃນ​ວັນ​ທີ 22 ຕຸລາ​ນີ້. ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ການ​ພົບ​ປະ, ທ່ານ​ອາ​ເລັກ​ຊັນ​ເດີ ​ໂນ​ວັກ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານຣັດ​ເຊຍ​ກ່າວ​ວ່າ, ​ໃນການ​ພົບ​ປະ​ຄັ້ງ​ນີ້ ຈີນ​ແລະຣັດ​ເຊຍ​ໄດ້​ບັນລຸ​ການ​ເຊັນ​ສັນ​ຍາ​ວ່າ​ດ້ວຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນ້ຳມັນ​ເຊື້ອ​​ໄຟ, ອາຍ​ແກັສທຳ​ມະ​ຊາດ ພະລັງງານ​ໄຟຟ້າ​ແລະ​ອື່ນໆ.

ທ່ານ​ໂນ​ວັກ​ກ່າວ​ວ່າ, ​ໃນ​ອະນາຄົດ ການ​ຮ່ວມ​ມື​ລະຫວ່າງ​ຈີນ-ຣັດ​ເຊຍ​ໃນ​ຂົງ​ເຂດ​ນ້ຳມັນ​​ເຊື້ອ​ໄຟ​ຈະກ້າວສູ່​ລວງ​ເລິກຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ການ​ພົບ​ປະ​ຄັ້ງ​ນີ້, ຈີນ-ຣັດ​ເຊຍ​ໄດ້​ເຊັນ​ສັນຍາ​ຮ່ວມ​ກັນ​ທີ່​ມີ​ມູນ​ຄ່າ​ລວມເຖິງ 85 ຕື້​ໂດ​ລາ, ​ໃນສັນຍາໄດ້​ກຳນົດ​ໃຫ້​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ແຫ່ງ​ຊາດຣັດ​ເຊຍ​ເພີ່ມ​ການ​ສົ່ງ​ອອກ​ນ້ຳມັນ​ເຊື້ອ​ໄຟ​ຕໍ່ຈີນ 10 ລ້ານ​ໂຕນ​ຕໍ່​ປີ​ພາຍ​ໃນ 10 ປີ​ຂ້າງ​ໜ້າ.

ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ຣັດ​ເຊຍ​ໃນ​ຂົງ​ເຂດ​ອາຍ​ແກັສທຳ​ມະ​ຊາດ, ທ່ານ​ໂນ​ວັກ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ​ໃນ 15 ປີ​ຂ້າງ​ໜ້າ ຣັດ​ເຊຍ​ຈະ​ສົ່ງ​ອອກ​ອາຍ​ແກັສທຳ​ມະ​ຊາດທາດ​ແຫຼວຕໍ່​ຈີນ​ 3 ລ້ານ​ໂຕນ​ຕໍ່​ປີ.

ທ່ານ​ກ່າວຕື່ມ​ວ່າ, "ການ​ຮ່ວມ​ມືໃນ​ຂົງ​ເຂດ​ພະລັງງານ​ໄຟຟ້າ​ລະຫວ່າງ​ຈີນ-ຣັດ​ເຊຍ​​ກໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ເຊັ່ນ​ກັນ", "ຈີນ​ອາດ​ຈະ​ສ້າງ​ໂຮງ​ຜະລິດ​​ໄຟຟ້າ​ຢູ່​ໃນ​ປະ​ເທດຣັດ​ເຊຍ​​ເພື່ອ​ສະໜອງ​ໄຟຟ້າ​ໃຫ້​ແກ່​ຈີນ, ຫຼື​ຣັດ​ເຊຍ-ຈີນ​ຈະ​ຮ່ວມ​ມືກັນ​ສ້າງ​ເຂື່ອນ​ໄຟຟ້າຢູ່​ສາຂາ​ແມ່​ນ້ຳ​ເຮ່​ຫຼົງ​ຈ່ຽງ."