ນະຄອນຫຼວງ​ມະ​ນີລາ​ຂອງ​ຟີ​ລິບ​ປິນຈະສະ​ແດງ​ຄວາ​ມຂໍອະ​ໄພ​ຕໍ່​ເຂດ​ພິ​ເສດ​ຮົງ​ກົງ​ຈີນ​ກ່ຽວ​ກັບ​ເຫດການ​ຕົວ​ປະກັນ

(GMT+08:00) 2013-10-23 15:36:50     cri
ຕາມ​ຂ່າວCRI: ວັນ​ທີ 23 ສິງຫາ​ປີ 2010, ລົດ​ໂດຍສານທີ່​ບັນທຸກ​ນັກ​ທ່ອງ​ທ່ຽວ​ຮົງ​ກົງ 20 ກວ່າ​ຄົນ​ຄັນ​ໜຶ່ງ​ໄດ້​ຖືກຕຳຫຼວດ​ທີ່​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງຜູ້​ໜຶ່ງຂອງ​ຟີ​ລິບ​ປິນປຸ້ນ​ຈີ້ຢູ່​​ໃຈກາງ​ນະຄອນຫຼວງ​ມະນີ​ລາ​. ​ໃນ​ການ​ເຄື່ອນ​ໄຫວກອບ​ກູ້​ຜູ້ຖືກ​ປຸ້ນ​ຈີ້​ຂອງ​ຕຳຫຼວດ​ຟີ​ລິ​ບປິນ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ, ມີ​ນັກ​ທ່ອງ​ທ່ຽວ​ຮົງ​ກົງ 8 ຄົນ​ເສຍ​ຊີວິດ,   7 ຄົນ​ໄດ້​ຮັບ​ບາດ​ເຈັບ. ສະພາ​ຂອງ​ນະຄອນຫຼວງ​ມະນີ​ລາ​​ໄດ້​ຜ່ານມະຕິ​ຕົກລົງສະບັບໜຶ່ງ​ໃນ​ຫວ່າງ​ມໍ່​ໆ​ນີ້ ​​ໂດຍ​ກຽມ​ຈະ​​ໃຫ້​ອົງການ​ປົກຄອງ​ນະຄອນຫຼວງ​ມະນີ​ລາສະ​ແດງ​ຄວາມ​ຂໍອະ​ໄພ​ຢ່າງຈິງ​ໃຈ​ຕໍ່​ຄອບຄົວ​ຂອງ​ຜູ້ທີ່​ໄດ້​ປະສົບ​​ເຄາະ​ຮ້າຍ​​ແລະ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງກ່ຽວ​ກັບ​ເຫດການ​ຕົວ​ປະກັນ​ທີ່​ເກີດຂຶ້ນ​ໃນ 3 ປີ​ກ່ອນ. ສ່ວນ​ທ່ານ​ຈອດ​ສ໌ ​ເອ​ເຈີ​ຊີ​ໂທ ​ເອສະຕຣາດາ ​ເຈົ້າ​ຄອງ​ນະຄອນ​ຫຼວງມະນີ​ລາ​ຈະ​ໄປສະ​ແດງ​ຄວາມ​ຂໍອະ​ໄພຢູ່ຮົງກົງຢ່າງເປັນທາງການ, ​ໂດຍຫວັງວ່າ​ຈະສາມາດປັບປຸງ​ການ​ພົວພັນ​ລະຫວ່າງ​ຟີ​ລິບ​ປິນ-​ເຂດ​ພິ​ເສດ​ຮົງ​ກົງ​ຈີນ​ໃຫ້​ດີ​ຂຶ້ນ.

ທ່ານລຽງເຈີ້ນຢິງ, ຜູ້ວ່າການເຂດບໍລິຫານພິເສດຮົງກົງຈີນກ່າວວ່າ, ທ່ານໄດ້ຮັບບົດລາຍງານທີ່ກ່ຽວຂ້ອງຈາກກົມປ້ອງກັນຄວາມສະຫງົບແລ້ວ, ​ໃນ 2 ອາທິດ​ທີ່​ຜ່ານ​ມາ ພາຍ​ໃຕ້​ການ​ສະໜັບສະໜູນ​ຈາກລັດຖະບານ​, ​ອົງການ​ປົກຄອງ​ເຂດ​ພິ​ເສ​ດຮົງ​ກົງ​ແລະ​ຟີ​ລິບ​ປິນ​ໄດ້​ມີ​ການ​ປະສານ​ງານ​ກັນ​​ ​ຫຼາຍ​ເທື່ອ​ແລ້ວ, ສະພາ​ຂອງ​ນະຄອນຫຼວງ​ມະນີ​ລາ​ກໍ່​ມີ​ການ​​ເຄື່ອນ​ໄຫວຈຳນວນ​ໜຶ່ງ, ​ແຕ່​ປະຈຸ​ບັນ ທ່ານ​ຍັງ​ບໍ່​ສາມາດ​ເຜີຍ​ໃຫ້​ຮູ້​ເນື້ອ​ໃນ​ລະອຽດ, ກົມປ້ອງ​ກັນ​ຄວາມສະຫງົບຂອງ​ຮົງ​ກົງ​ຈະ​ສືບ​ຕໍ່​ຕິດ​ຕໍ່​ພົວພັນ​ກັບ​ຄອບຄົວຂອງ​ຜູ້​ເສຍ​ຊີວິດ​ແລະ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ, ​ເພື່ອຊອກ​ຮູ້​ຄວາມ​ປາຖະໜາ​ຂອງ​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​ແລະ​ຜູ້​ທີ່​ໄດ້​ຮັບບາດ​ເຈັບ, ທັງຈະ​ສືບ​ຕໍ່ທວງ​​ເອົາ​ຄວາມ​ຍຸດຕິ​ທຳ​ໃຫ້​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​ແລະ​​ໄດ້​ຮັບບາດ​ເຈັບ​ໃນ​ເຫດການ​ຕົວ​ປະກັນຄັ້ງ​ນັ້ນ.