ເປີດ​ການ​ນຳ​ໃຊ້ທາງ​ດ່ວນ​ໄປ​ສູ່​ຕ່າງປະ​ເທດ​ສາຍ​ທຳ​ອິດຂອງ​ແຂວງ​ຢຸນນານ

(GMT+08:00) 2013-10-24 16:14:58     cri
ເມື່ອ​ມໍ່ໆ​ມາ​ນີ້, ທາງດ່ວນ​ໂສ​ເໝີ້ງ​ຄື​ແຕ່​ເຂດ​ໂສລົງ​ຊື້​ຫາ​ເມືອງ​ເໝີ້ງຈື້ແຂວງ​ຢຸນນານ​ໄດ້​ເປີດ​ການ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ,ຊຶ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ທາງ​ດ່ວນ​ແຕ່​ນະຄອນ​ຄຸນ​ມິ​ງ​ແຂວງ​ຢຸນນານ​ຈີນ​ຫາ​ເມືອງ​​ເຮີ​ໂຂວທີ່ຢູ່​ຊາຍ​ແດນ​ລະຫວ່າງ​ຈີນ​ຫວຽດນາມ​ໄດ້​ເປີດ​ໃຫ້​ບໍລິການ​ຢ່າງ​ສົມບູນ​ແລ້ວ, ນີ້​ກໍ່​ແມ່ນ​ທາງ​ດ່ວນ​ໄປ​ສູ່​ຕ່າງປະ​ເທດ​ສາຍ​ທຳ​ອິດ​ຂອງ​ແຂວງ​ຢຸນນານ, ​ຈາກ​ນີ້​ໄປ, ການ​ແລ່ນ​ລົດຈາກ​ນະຄອນ​ຄຸນ​ມິ​ງຫາ​ດ່ານ​​ເຮີ​ໂຂວ​ຈະໃຊ້​​ເວລາ​ພຽງ 4 ຊົ່ວ​ໂມງ​ເທົ່າ​ນັ້ນ.

ພາຍຫຼັງ​ທາງ​ດ່ວນ​ໂສ​ເໝີ້ງ​ເປີດ​ການ​ນຳ​ໃຊ້​​ແລ້ວ, ທິດ​ໃຕ້ຈະ​ເຊື່ອມ​ຕໍ່​ກັບ​ທາງ​ດ່ວນ​ເໝີ້ງ​ເຮີຄື​ແຕ່​ເມືອງ​ເໝີ້ງຈື້ຫາ​ເມືອງ​ເຮີ​ໂຂ​ວ​, ທິດ​ເໜືອ​ຈະ​ເຊື່ອມ​ຕໍ່​ກັບ​ທາງ​ດ່ວນ​ສື​ໂສຄື​ແຕ່​ເມືອງ​ຊືລິນ​ຫາ​ເຂດ​ໂສ​ລົງ​ຊື້​ທີ່​ໄດ້​ເປີດ​ການ​ບໍລິການກ່ອນ​ໜ້າ​ນີ້​ແລ້ວ, ຊຶ່ງ​ໄດ້​ບັນລຸ​ເປົ້າ​ໝາຍ​ການ​ອອກ​ເດີນ​ທາງ​ຕາມ​ທາງບົກຈາກນະຄອນ​ຄຸນ​ມິ​ງ​ໃຊ້​ເວລາ 4 ຊົ່ວ​ໂມງ​ກໍ່​ຈະ​ສາມາດ​ອອກ​ສູ່​ຕ່າງປະ​ເທດ​ໄດ້. ການ​ເປີດ​ການ​ນຳ​ໃຊ້​ທາງ​ດ່ວ​ນສາຍ​ດັ່ງ​ກ່າວ​ນີ້​ຄາ​ດວ່າ​ຈະ​ສາມາດ​ຊຸກຍູ້​ເສດຖະກິດ​ດ້ານ​ການທ່ອງທ່ຽວ​ຂອງ​ເມືອງ​ຫົງ​ເຮີ​ໃຫ້​ຂະຫຍາຍຕົວຂຶ້ນ.

ຕາມ​ຂ່າວ​ແຈ້ງວ່າ, ​ເພື່ອ​ຮັບ​ມື​ກັບ​ສະພາບ​ທີ່ຈຳນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ​ອອກ​ເມືອງ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ພາຍຫຼັງ​ທີ່​ທາງ​ດ່ວນ​ແຕ່​ຄຸນ​ມິ​ງຫາ​ເຮີ​ໂຂ​ວ​ເປີດ​ໃຫ້​ບໍລິການ​ຢ່າງ​ສົມບູນ, ດ່ານ​ກວດກາ​ຊາຍ​ແດນ​ເມືອງ​ເຮີ​ໂຂ​ວ​ແຂວງ​ຢຸນນານ​ໄດ້​ເພີ່ມ​ຄວາມ​ຖີ່​ໃນ​ການ​ລາດຕະ​ເວນ​ຕາມ​ຊາຍ​ແດນ,​ແລະ​ໄດ້​ວາງ​ຫຼາຍ​ມາດ​ຕະການ​​ເພື່ອອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ​ໃນ​ດ້ານ​ການ​ຜ່ານ​ດ່ານ​ຊາຍ​ແດນ.