ຫວຽດນາມ​ຈະ​ກາຍ​ເປັນໜຶ່ງ​ໃນ​ສາມ​ຕະຫຼາດ​ການບິນ​ໃຫຍ່ທີ່​ພັດທະນາ​ໃໝ່​ຂອງ​ໂລກ

(GMT+08:00) 2013-10-24 16:20:22     cri
ໜັງສືພິມ​ຫຼຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ສະບັບ​ວັນ​ທີ 23 ຕຸລາ​ນີ້​ໄດ້​ລົງ​ພິມ​ບົດ​ຄວາມ​ໂດຍ​ຂຽນ​ວ່າ, ຄວາມ​ຕ້ອງການ​ທ່ອງ​ທ່ຽວ​ທາງ​ອາ​ກາດພາຍ​ໃນ​ປະ​ເທດ​ຫວຽດນາມ​ໃນປີ2013​ນີ້​ໄດ້​ເຕີບ​ໂຕ​ໃນ​ລະດັບ10%ຂຶ້ນ​ໄປ, ຫວຽດນາມ​ຈະ​ກາຍ​ເປັນ​ໜຶ່ງ​ໃນ​ສາມຕະຫຼາດ​ການບິນ​​ໃຫຍ່ທີ່​ພັດທະນາ​ໃໝ່​ຂອງ​ໂລກ.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຕະຫຼາດ​ການບິນ​ຂອງ​ຫວຽດນາມ​ພັດທະນາ​ຢ່າງ​ວ່ອງ​ໄວ​. ຕາມ​ການ​ຄາດ​ຄະ​ເນ​ຂອງ​ສະມາຄົມຂົນ​ສົ່ງ​ທາງ​ອາກາດ​ສາ​ກົນ​ໃນ​ປີ2012ຜ່ານມາ, ຫວຽດ​ນາມ​ຈະ​ກາຍ​ເປັນ​ຕະຫຼາດ​ຂົນ​ສົ່ງ​ຜູ້​ໂດຍສານ​ແລະສິນຄ້າ​ທາງ​ອາກາດ​ທີ່​ເຕີບ​ໂຕ​ໄວ​ອັນ​ດັບ 3 ຂອງ​ໂລກ​ກ່ອນ​ປີ2014, ຊຶ່ງ​ພຽງ​ຮອງ​ຈາກ​ຈີນ​ແລະ​ເບຼຊີ​ນ​ເທົ່າ​ນັ້ນ. ຕາມ​ສະມາ​ຄົ​ມດັ່ງກ່າວ​ຄາດ​ຄະ​ເນ​ວ່າ, ຮອດ​ປີ2015, ຕະຫຼາດ​ການບິນ​ຂອງ​ຫວຽດ​ນາມ​ຈະ​ຂົນ​ສົ່ງ​ຜູ້​ໂດຍ​ສານປະມານ34​ລ້ານ​ຮອດ36ລ້ານ​ເທື່ອ​ຄົນ, ຂົນ​ສົ່ງ​ສິນຄ້າ​ເຖິງ 8​ແສນ 5ໝື່ນ​ຫາ 9​ແສນ 3ໝື່ນ​ໂຕນ, ຮອດ​ປີ2019, ຈະ​ຂົນ​ສົ່ງ​ຜູ້​ໂດຍສານ​ໄດ້ 52ລ້ານ​ຫາ 59 ລ້ານ​ເທື່ອ​ຄົນ, ຂົນ​ສົ່ງ​ສິນຄ້າ 1​ລ້ານ4​ແສນ​ຫາ1​ລ້ານ 6​ແສນ​ໂຕນ.

ການບິ​ນພົນລະ​ເຮືອນ​ຫວຽດນາມ​ຄາດ​ຄະ​ເນ​ວ່າ, ປີ2013​ນີ້, ຈຳນວນຜູ້​ໂດຍສານ​ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ​ຈະ​ເພີ່ມ​ຂຶ້ນ 15%, ​ເປັນ 2 ​ເທົ່າ​ຂອງ​ປີ2012. ການ​ເຕີ​ບ​ໂຕ​ຢ່າງ​ວ່ອງ​ໄວ​ຂອງ​ຕະຫຼາດ​ການບິນ​ຫວຽດນາມ​ໄດ້​​ເປັນ​ການ​ກະ​ຕຸ້ນ​ເສດຖະກິດ​ຫວຽດນາມ​ທີ່​ຈັງຫວະ​ການ​ເຕີບ​ໂຕ​ຊ້າ​ລົງ​ແລະ​ຊຸດ​ໂຊມ​ລົງ​ຢ່າງ​ຕໍ່​ເນື່ອງ​ໃນ 2 ປີຜ່ານມາ ​ໂດຍ​ບໍ່​ຕ້ອງ​ສົງ​ໃສ.