ກິດຈະກຳສັບປະດາ​ວັດທະນະທຳ​ຕິ​ເບ​ດຈີນຈັດ​ຂຶ້ນ​ຢູ່​ນະຄອນ​ນະຄອນຫຼວງ​ແບັກ​ແລັງ​ຂອງ​ເຢຍລະ​ມັນ

(GMT+08:00) 2013-10-24 17:07:07     cri
ຕອນ​ຄ່ຳ​ວັນ​ທີ 23 ຕຸລາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ກິດຈະກຳ​ທີ່​ມີ​ຊື່ວ່າ​ສັບປະດາ​ວັດທະນະທຳ​ຕິ​ເບ​ດຈີນຂອງ​ເຢຍລະ​ມັນ2013​ແລະ​ງານ​ວາງ​ສະ​ແດງ​ຮູບ​ແຕ້ມ​ຖາງ​ຄາ ທີ່​ມີ​ຊື່ວ່າ"ສີສັນ​ແດນ​ຫິມະ"​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ແບັກ​ແລງ​ຂອງ​ເຢຍລະ​ມັນ. ຕອນ​ຄ່ຳ​ວັນ​ດຽວ​ກັນ, ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ເຢຍລະ​ມັນຈຳນວນ 300 ກວ່າ​ຄົນ​ໄດ້​ເຂົ້າ​ຊົມ​ງານວາງສະ​ແດງ​ຮູບ​ແຕ້ມຖາງ​ຄາ, ການສະ​ແດງ​ວັດທະນະທຳ​ຮີດຄອງ​ປະ​ເພນີ​ຕິ​​ເບ​ດ​ແລະ​ງານວາງສະ​ແດງ​ປຶ້ມ​ກ່ຽວ​ກັບ​ຕິ​ເບ​ດ. ພາຍຫຼັງ​ພິທີ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ຄະນະ​ສິລະ​ປາ​ກອນ​ເຂດ​ຊ່ານ​ນານ​ຂອງເຂດ​ປົກຄອງຕົນ​ເອງ​ຕິ​ເບ​ດຈີນ​ຍັງ​ໄດ້​ສະ​ແດງ​ລາຍການຮ້ອງ​ເພງ​ແລະ​ຟ້ອນ​ລຳ​ທີ່​ມີ​ເອກ​ອັກ​ລັກ​ເຜົ່າ​ຕິ​ເບ​ດອັນ​​ເຂັ້ມ​ຂຸ້ນຊຶ່ງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບຢ່າງ​ອົບ​ອຸ່ນ​ຈາກ​ຜູ້​ຊົມ​ເຢຍລະ​ມັນ.

ໃນ​ໄລຍະ​ຈັດ​ກິດຈະກຳສັບປະດາ​ວັດທະນະທຳ​ຄັ້ງ​ນີ້,ພະ​ເຖລານຸ​ເຖລະນັກ​ວິຊາ​ການ​ຕິ​ເບ​ດສຶກສາ​ທີ່​ມາ​ຈາກ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ຍັງ​ຈະ​ລົງ​ເລິກ​ທາ​ບທາມ​ປຶກສາ​ຫາລື​ແລະ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັບ​ບຸກຄົນ​ຝ່າຍ​ຕ່າ​ງໆ​ຂອງ​ເຢຍລະ​ມັນ​ກ່ຽວ​ກັບ​ການ​ພັດທະນາ​ທາງ​ສັງຄົມ​ຂອງ​ຕິ​ເບ​ດ, ວັດທະນະທຳ​ຊົນ​ເຜົ່າ, ຄວາມ​ເຊື່ອ​ຖື​ທາງ​ສາສະໜາ​ພ້ອມ​ດ້ວຍ​ການ​ສືບທອດ​ແລະ​ພັດທະນາ​​ແພດສາດ​ຕິ​ເ​ບດ​ແລະ​ອື່ນໆ.

ກິດຈະກຳ​ສັບປະດາ​ວັດທະນະທຳ​ຕິ​ເບ​ດຈີນ​ເຢຍລະ​ມັນ2013​​ໄດ້​ຈັດ​ຂຶ້ນ​ໂດຍ​ການ​ເປັນ​ເຈົ້າພາບ​ຮ່ວມ​ຂອງຫ້ອງການ​ຖະ​ແຫຼ​ງ​ຂ່າວ​ລັດ​ຖະ​ບານ​ຈີນ, ອົງການ​ປົກຄອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ພ້ອມ​ດ້ວຍ​ສະຖານທູດ​ຈີນ​ປະຈຳ​ເຢຍລະ​ມັນ.