ເຫດການປຼີຊຶມຂອງ​ອາ​ເມ​ລິ​ກາ​ໄດ້​ກໍ່​ຄວາມ​ວຸ້ນວາຍ​​ຂຶ້ນ​ມາອີກ​ເທື່ອ​ໃໝ່

(GMT+08:00) 2013-10-24 11:59:12     cri
ເຫດການ​ປຼີຊຶມ​ຂອງ​ອາ​ເມ​ລິ​ກາ​ໄດ້​ກໍ່​ຄວາມ​ວຸ້ນວາຍ​ຂຶ້ນ​ມາ​ອີກ​ແລະ​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ​ຕື່ມ, ຫວ່າງ​ມໍ່ໆ​ນີ້ ມີ​ປະ​ເທດ​ນັບ​ມື້​ນັບ​ຫຼາຍ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່ກ່າວ​ໂຈມ​ຕີ​ອາ​ເມ​ລິ​ກາ​ທີ່​ມີ​ການ​ກະທຳ​ລັກ​ຟັງ​ຂະໜາດ​ໃຫຍ່.

ປະ​ເທດ​ທີ່​ສຳຄັນ​ທີ່​ໄດ້​ເຂົ້າຮ່ວມ​ການ​ກ່າວ​ໂຈມ​ຕີ​ເທື່ອ​ນີ້​ລວມມີເຢຍລະ​ມັນ. ທ່ານ​ສຕີ​ແຟນ ​ເຊ​ເບີດ ​ໂຄສົກ​ລັດຖະບານ​​ເຢຍລະ​ມັນກ່າວ​ໃນ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ທີ່​ເຜີຍ​ແຜ່​ໃນ​ວັນ​ທີ 23 ຕຸລາ​ນີ້​ໂດຍ​ກ່າວ​ວ່າ, ລັດຖະບານ​ເຢຍລະ​ມັນ​ໄດ້​ຮັບ​ຂ່າວ​ລັບກໍລະນີ​ທີ່​ໂທລະສັບ​ມື​ຖື​ຂອງທ່ານ​ນາງ​​ແອ​ງ​ເຈີ​ລາ ​ເມີ​​ແຄນ ນາຍົກລັດຖະມົນຕີ​ເຢຍລະ​ມັນອາດ​ຈະ​ຖືກ​ອົງການ​ຂ່າວ​ລັບ​ອາ​ເມ​ລິ​ກາ​ຕິດຕາມ​ລັກ​ຟັງ. ​ເຢຍລະ​ມັນ​ໄດ້​ສອບ​ຖາມ​ນຳ​ອາ​ເມ​ລິ​ກາ​ຢ່າງ​ຮີບ​ດ່ວນ​, ​ແລະ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາໃຫ້​ຄວາມ​ກະຈ່າງ​ແຈ້ງຕໍ່​ເລື່ອງ​ນີ້​ຢ່າງຮອບດ້ານ.

ນອກ​ນີ້, ວັນ​ທີ 23 ຕຸລາ​ນີ້, ​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຈອນ ​​ເຄຣີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ພວມ​ຢ້ຽມຢາມ​ເອີ​ລົບ ທ່ານ​ເອນຣີ​ໂຄ ​ເລັດ​ຕາ ນາຍົກລັດຖະມົນຕີອີຕາລີ​ກໍ່​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ຈອນ ​ເຄຣີ ອະທິບາຍບັນຫາ​ທີ່​ອາ​ເມ​ລິ​ກາ​ຕິດຕາມ​​ປະຊາຊົນ​ອີ​ຕາ​ລີ. ນອກຈາກ​ນັ້ນ ​ແມັກ​ຊິກ​ແລະ​ປະ​ເທດ​ອື່ນໆ​ກໍ່​ໄດ້​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​​ຈົ່ງໃຫ້​ຄຳອະທິບາຍຕໍ່​ບັນຫາ​ຕິດຕາມລັກ​ຟັງ​ຂໍ້​ມູນ​ລັບ​ປະຊາຊົນ​ໃນ​ປະ​ເທດ​ຂອງ​ຕົນ​ເຊັ່ນ​ກັນ.