ບໍ​ວ່າ​ຍີ່ປຸ່ນຈະໃຊ້​ຊ່ອງ​ທາງ​ໃດໆ ​ກໍ່​ບໍ່​ສາມາດ​ປ່ຽນ​ແປງຄວາມ​ຈິງ​ທີ່​​ເກາະ​ຕ້ຽວ​ອີ​​ແມ່ນ​ດິນ​ແດນ​ຂອງ​ຈີນ​ນັ້ນ​ໄດ້

(GMT+08:00) 2013-10-24 12:00:05     cri
ຕາມ​ຂ່າວສານ​ຈີນ: ​ວັນ​ທີ 23 ຕຸລາ​ນີ້, ທ່ານ​ນາງ​ຮົ໋ວຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້ກ່າວ​ຫຼັງ​ກອງ​ປະຊຸມ​ຂ່າວ​ວ່າ, ​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ຕ່າງໆຢູ່​ອ້ອມ​ຂ້າງ​ແມ່ນ​ດິນ​ແດນ​ດັ້ງ​ເດີມຂອງ​ຈີນ​ມາຕັ້ງ​ແຕ່​ບູຮານ​ນະ​ການ, ບໍ່​ວ່າ​ຍີ່ປຸ່ນຈະໃຊ້​ຊ່ອງ​ທາງ​ໃດໆ​ໂຄສະນາ​ຫຼັກ​ໝັ້ນ​ທີ່​ບໍ່​ຊອບ​ດ້ວຍ​ກົດໝາຍຂອງ​ຕົນ, ​ກໍ່​ບໍ່​ສາມາດປ່ຽນ​ແປງ​ຄວາມຈິງ​ທີ່​ເກາະ​ຕ້ຽອອີ​​ແມ່ນ​ດິນ​ແດນ​ຂອງ​ຈີນ​ນັ້ນ​ໄດ້.

ພາຍຫຼັງ​ກອງ​ປະຊຸມ​ຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທ​ດຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ຕຸລາ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຕາມ​ຂ່າວ​ແຈ້ງວ່າ, ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ໄດ້​​ເຜີຍ​ແຜ່ວີ​ດີ​ໂອ​ຢູ່​ເທິງ​ເວັບ​ໄຊ​ຊຶ່ງມີ​ເນື້ອ​ໃນ​ກ່າວ​ວ່າ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ດັ້ງ​ເດີມ​ຂອງ​ຍີ່ປຸ່ນ. ຈີນ​ມີ​ຄຳ​ວິຈານ​ແນວ​ໃດ​ຕໍ່​ເລື່ອງ​ນີ້.

ທ່ານ​ນາງ​ຮົ໋ວຊຸ່ນຢິງກ່າວ​ວ່າ, ​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ຕ່າງໆຢູ່​ອ້ອມ​ຂ້າງ​ແມ່ນ​ດິນ​ແດນດັ້ງ​ເດີມຂອງ​ຈີນມາ​ຕັ້ງ​ແຕ່​ບູຮານ​ນະ​ການ, ຈີນ​ມີ​ຫຼັກ​ຖານ​ທາງ​ດ້ານ​ກົດໝາຍ​ແລະ​ທາງ​ດ້ານປະຫວັດສາດ​ທີ່ຄົບ​ຖ້ວນຕໍ່​ເລື່ອງ​ນີ້. ບໍ່​ວ່າ​ຍີ່ປຸ່ນຈະ​ໃຊ້​ຊ່ອງ​ທາງ​ໃດໆ​ໂຄສະນາ​ຫຼັກ​ໝັ້ນ​ທີ່​ບໍ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ຕົນ, ກໍ່​ບໍ່​ສາມາດ​ປ່ຽນ​ແປງ​ຄວາມຈິງພາວະ​ວິ​ໄສ​ທີ່​ເກາະ​ຕ້ຽວ​ອີ​​ແມ່ນ​ດິນ​ແດນ​ຂອງ​ຈີນ​ນັ້ນ​ໄດ້. ພວກ​ຂ້າພະ​ເຈົ້າ​ເຕືອນ​ຢ່າງ​ຮຸນ​ແຮງໃຫ້​ຍີ່ປຸ່ນ​ໃຊ້​ທ່າ​ທີຢ່າງ​ຖືກຕ້ອງ, ຢຸດຕິ​ການ​ກະທຳ​​ທ້າ​ທາຍ​ເກາະ​ຜິດ​ຕ່າງໆ, ທຳ​ຄວາມ​ພະຍາຍາມ​ຢ່າງ​ແທ້​ຈິງ​ເພື່ອ​ຄວບ​ຄຸມ​ແລະ​ແກ້​ໄຂ​ບັນຫາ​ເກາະ​ຕ້ຽວ​ອີ​ຢ່າງ​ເໝາະ​ສົມ.