ສປປ​ເກົາຫຼີ​ ​ແລະ ສ.​ເກົາຫຼີ​​ເຊັນ​ສັນຍາ​ສະບັບ​ເພີ່ມ​ເຕີມກ່ຽວ​ກັບສຳນັກງານ​ຄະນະ​ກຳມະການ​ຮ່ວມ​ເຂດ​ນິຄົມ​ອຸດສາຫະກຳ​ເຄຊົງ

(GMT+08:00) 2013-10-24 12:00:56     cri
ຕາມ​ຂ່າວCRI: ພາຍ​ໃຕ້​ເບື້ອງ​ຫຼັງ​ທີ່​ສະຖານະ​ການ​ຂອງ​ແຫຼມ​ເກົາຫຼີ​ໃນ​ປະຈຸ​ບັນ​ໄດ້​ມີ​ທ່າ​ອ່ຽງຊຸດ​ໂຊມ​ລົງ, ວັນ​ທີ 23 ຕຸລາ​ນີ້, ສ.​ເກົາຫຼີ ​ແລະ ສປປ​ເກົາຫຼີ​ໄດ້​​ລົງ​ນາມ​ຮ່ວມ​ສັນຍາ​ສະບັບ​ເພີ່ມ​ເຕີມກ່ຽວ​ກັບ​ການ​ດຳ​ເນີນງານ​ແລະ​ຄຸ້ມຄອງເຂດ​ນິຄົມ​ອຸດສາຫະກຳ​ເຄຊົງຂອງ​ສຳນັກງານ​ຄະນະ​ກຳມະການ​ຮ່ວມ​ ສ.​ເກົາຫຼີ - ສປປ​ເກົາຫຼີ​.

ສະມາ​ຊິກ​ຂອງ​ສຳນັກງານ​ປະກອບ​ດ້ວຍ​ພະນັກງານ 13 ຄົນ ຊຶ່ງ​ແມ່ນ​ ສ.​ເກົາຫຼີ​ແລະ ສປປ​ເກົາຫຼີ​ຮ່ວມ​ກັນປະກອບໃຫ້. ໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ແມ່ນ​ຊ່ວຍ​ເຫຼືອ​ຄະນະ​ກຳມະການ​ຮ່ວມ​ແກ້​ໄຂ​ວຽກ​ງານ​ທີ່​ລະອຽດ. ນອກ​ນີ້, ​ໃນ​ເວລາ​ພະນັກງານ​ຂອງ​ສຳນັກງານ​ຂອງ​ສອງ​ຝ່າຍ​ເຂົ້າ​ອອກ​ເຂດ​ແດນ​ຂອງ​ອີກ​ຝ່າຍ​ໜຶ່ງ​ນັ້ນ, ຕ້ອງ​​ແຈ້ງ​ໃຫ້​ຊາບ​ລ່ວງ​ໜ້າ​ກ່ອນ​ພາຍ​ໃນ 24 ຊົ່ວ​ໂມງ, ສອງ​ຝ່າຍ​ຮັບປະກັນ​ໃນ​ການ​ອຳນວຍຄວາມ​ສະດວກໃຫ້​ແກ່​ພະນັກງານ​ຂອງ​​ແຕ່ລະ​ຝ່າຍ, ຮັບປະກັນ​ພະນັກງານ​ແລະ​ລົດ​ຂອງ​ແຕ່ລະ​ຝ່າຍ​ໃຫ້​ສາມາດ​ເຂົ້າ​ອອກ​​ໄດ້ຢ່າງ​ສະດວກສະບາຍ, ​ແລະ​ສະໜອງ​ການ​ຊ່ວຍ​ເຫຼືອ​ໃນ​ເວລາ​ເກີດ​​ເຫດການ​ສຸກ​ເສີນ.