ເງິນ​ຢວນຈີນ​ໄດ້​ກາຍ​ເປັນ​ເງິນຕາ​ຕ່າງປະ​ເທດ​ສະກຸນ​ທີ 2 ທີ່​ສາມາດຊຳລະ​ສະ​ສາງບັນຊີ​​​ໄດ້​ທຸກ​ເວລາ​ໃນ​ຕະຫຼາດ​ຟີ​ລິບປິນ

(GMT+08:00) 2013-10-24 10:59:28     cri
ຕາມ​ຂ່າວສານ​ຈີນ: ຫວ່າງ​ມໍ່ໆ​ມາ​ນີ້, ທະນາຄານ​ຈີນ​ສາຂາ​ມາ​ນີລາ​ແລະ​ກຸ່ມ​ຄຸ້ມ​ຄອງ​ລະບົບ​ຊື້​ຂາຍ​ເງິນຕາ​ຟີ​ລິບ​ປິນຫຸ້ນ​ສ່ວນ​ຈຳກັດ ຫຼື PDS ​ໄດ້​ຈັດ​ພິທີ​ລົງ​ນາມ​ເພື່ອ​​ເລີ່​ມນຳ​ໃຊ້ລະບົບ​ໂອນ​ເງິນ​ຢວນຈີນ, ​ເຊິ່ງ​ເຮັດ​ໃຫ້ເງິນ​ຢວນຈີນ​ໄດ້​ກາຍ​ເປັນ​ເງິນຕາ​ຕ່າງປະ​ເທດ​ສະກຸນ​ທີ 2 ທີ່​ສາມາດ​ຊຳລະ​ບັນຊີ​ໄດ້​ທຸກ​​ເວລາ ຖັດຈາກ​ສະກຸນໂດ​ລາ​ສະຫະ​ລັດ​ໃນ​ຕະຫຼາດ​ຟີ​ລິ​ບປິນ.

ວັນ​ທີ23​ຕຸ​ລາ​ນີ້, ສຳນັກ​ທີ່​ປຶກສາ​ເສດຖະກິດ​​ສະຖານທູດ​ຈີນ​ປະຈຳ​ຟີ​ລິບ​ປິນ​ເປີດ​ເຜີຍ​ວ່າ, ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຈະ​ສາມາດສະໜອງ​ການ​ຊຳລະ​ສະ​ສາງບັນຊີ​ດ້ວຍ​ສະກຸນເງິນ​ຢວນ​ທີ່​ມີ​ປະສິດທິພາບ​ສູງ​ແລະ​​ເສຍ​ຕົ້ນ​ທຶນຕ່ຳ​ໃຫ້​ແກ່​ສະ​ຖາ​ບັນ​ການ​ເງິນ, ນັກທຸລະກິດ​ແລະ​ນັກ​ລົງທຶນ​ຟີ​ລິບ​ປິນ, ພ້ອມ​ກັນ​ນັ້ນ, ຈະ​ສາມາດ​ຫຼີກເວັ້ນ​ຄວາມ​ສ່ຽງ​ດ້ານ​ອັດຕາ​ແລກປ່ຽນ​ຢ່າງ​ບັງ​ເກີດ​ຜົນ​ແລະ​ຈະ​ໄດ້​ຮັບຄ່າ​ຕອບ​ແທນ​ທີ່​ດີ​ໃນ​ດ້ານ​ການ​ບໍລິຫານເງິນຕາ​ຕ່າງປະ​ເທດ. ​​ໃນ​ໄລຍະ​ຕໍ່​ໄປ, ທະນາຄານ​ຈີນ​ຈະ​ລົງ​ເລິກ​ພັດທະນາ​ຕະຫຼາດ​ເງິນ​ຢວນ​ຢູ່​ພາຍ​ໃນ​ປະ​ເທດ​ຟີ​ລິບ​ປິນ, ​ແນະນຳຜະລິດ​ຕະພັນ​ລົງທຶນດ້ວຍ​ສະກຸນເງິນ​ຢວນ​ທີ່​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ປະ​ເທດ​ຟີ​ລິບ​ປິນ, ​ໃນ​ອະນາຄົດ ຍັງ​ຈະ​ສະໜອງ​ການ​ບໍລິການຊຳລະ​ສະ​ສາງບັນຊີ​ຂ້າມ​​ແດນ​ດ້ວຍ​ສະກຸນເງິນ​ຢວນ, ​ເພື່ອຫຼຸດ​ຕົ້ນ​ທຶນ​ໃຫ້​ຕ່ຳລົງ​ຕື່ມ​ອີກ, ຍົກ​ສູງປະສິດທິພາບ​ຂອງ​ສະກຸນເງິນ​ຢວນ ​ໃນ​ການ​​ຊຳລະ​ສະ​ສາງ​ການ​ຄ້າ​ຂ້າມ​ແດນ​.