ກອງທັບ​ລັດຖະບານ​ຊີຣີສາມາດຍຶດ​ເມືອງ​ສຳຄັນ​ທີ່ຢູ່​ຊານ​ເມືອງ​ນະຄອນຫຼວງດາ​ມາສ​ໄດ້​ແລ້ວ

(GMT+08:00) 2013-10-25 16:50:04     cri
ວັນ​ທີ 24 ຕຸລາ​ນີ້, ກອງທັບ​ລັດຖະບານ​ຊີຣີ​ປະກາດ​ວ່າ​ໄດ້​ຍຶດ​ເມືອງ​ຮາ​​ເຕ​ເຕັດ ອັນ​ເທີ​ກມານທີ່ຢູ່​ຊານ​ເມືອງ​ນະຄອນຫຼວງ​ດາ​ມາສຂອງ​ຊີຣີ​ໄດ້​ສຳ​ເລັດ.

ໃນ​ວັນ​ດຽວ​ກັນ,ຂ່າວສານ​ຊີຣີ​ໄດ້​ອີງ​ໃສ່ຄວາມ​ເວົ້າ​ຂອງ​ນາຍ​ທະຫານ​ຊີຣີຜູ້​ໜຶ່ງ​ທີ່ລາ​ຍງານ​ວ່າ, ​ເມືອງ​ຮາ​ເຕ​ເຕັດ​ອັນ​ເທີ​ກມານ​ແມ່ນ​ເຂດ​ເຄື່ອນ​ໄຫວ​ຂອງ​ພວກ​ກໍ່​ການ​ຮ້າຍ​ແຫ່ງ​ສຸດ​ທ້າຍ​ທີ່ຢູ່​ບໍລິ​ເວນ​ທາງ​ຫຼວງ​ຈາກ​ນະ​ຄອນຫຼວງ​ດາ​ມາສ​ຫາ​ສະ​ໜາມ​ບິນ. ກອງ​ທັບ​ລັດ​ຖະ​ບານ​ສາ​ມາດ​ຍຶດ​ເມືອງ​ດັ່ງ​ກ່າວ​ໄດ້​ຢ່າງ​ສົມ​ບູນ​ພາຍ​ໃນ ​ເວລາ 48 ຊົ່ວ​ໂມງ. ນາຍ​ທະ​ຫານ​ທ່ານ​ນີ້​ກ່າວ​ວ່າ, ການ​ປະຕິບັດ​ການ​ທາງ​ການ​ທະຫານ​ໃນ​ຄັ້ງ​ນີ້​ໄດ້​ສັງຫານພວກ​ກໍ່​ການ​ຮ້າຍ​ຂອງ​ກຸ່ມ​ປະ​ກອບ​ອາ​ວຸດ​ຕ່າງໆ​ເຊັ່ນ​ກຸ່ມ​ແນວ​ໂຮມ​ຈັບ​ຮັດ ອັນ​ນູສຣາ​ແລະ​ລັດ​ອິສ​ຣາມ​ອີ​ຣັກ​ແລະ​ອັນ​ຊາມ​ໃຫ້​ຕາຍ​​ເກືອບ​ຮ້ອຍ​ຄົນ,​ນອກ​ນີ້, ມີ​ຜູ້​ກໍ່​ການ​ຮ້າຍ​ອີກ​ປະ​ມານ 150 ຄົນ​ຖືກ​ຍິງໄດ້​ຮັບ​ບາດ​ເຈັບ.

ນັກວິ​ເຄາະ​ເຫັນ​ວ່າ, ກອງທັບ​ລັດຖະບານ​ຊີຣີສາມາດຍຶດ​ເມືອງ​ສຳຄັນ​ທາງ​ຍຸດ​ທະ​ສາດ​ແຫ່ງ​ດັ່ງກ່າວນີ້​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ, ຄື​ໄດ້​ຮັບປ​ະກັນ​ຄວາມ​ປອດ​ໄພ​ຂອງ​ທາງ​ຫຼວງ​ໄປ​ສູ່​ສະໜາມ​ບິນ​ດາ​ມາສ, ພ້ອມ​ກັນ​ນັ້ນ​ຍັງ​ຈະ​ຫຼຸດ​ຄວາມ​ຖີ່​​ໃນ​ການ​ຍິງ​ປືນ​ຄົກ​ໃສ່​ເທດສະບານ​ນະຄອນຫຼວງ​ດາ​ມາສຈາກ​ເຂດ​ແຄວ້ນ​ດັ່ງກ່າວ​ຂອງ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ໃຫ້​ໜ້ອຍ​ລົງ, ​ແລະ​ເຮັດ​ໃຫ້​ກຸ່ມ​ປະກອບ​ອາວຸດ​ຂອງ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ທີ່​ຢູ່​ນະຄອນຫຼວງ​ດາມາສ​ພ້ອມ​ດ້ວຍ​ເຂດ​ສູ້​ຮົບ​ແຫ່ງ​ອື່ນໆ​ທີ່​ຢູ່​ຊານ​ເມືອງ​​ໃຫ້​ໂດດດ່ຽວ​ຂຶ້ນ​ຕື່ມ.