ສື່​ມວນ​ຊົນ​ຍີ່​ປຸ່ນລາຍ​ງານ​ວ່າ,ຍີ່​ປຸ່ນ​ຈະ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ໃນ​ການ​ຍຶດ​ເກາະດ້ວຍ​ກອງ​ປ້ອງ​ກັນ​ຕົວ​ທາງ​ທະ​ເລ,ທາງບົກ​ແລະ​ທາງ​ອາກາດ

(GMT+08:00) 2013-10-25 17:10:17     cri
​ວັນ​ທີ 24 ຕຸລາ​ນີ້, ພະ​ແນ​ກຄຸ້ມ​ຄອງ​​ພະນັກງານໂດຍ​ລວມຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດຍີ່​ປຸ່ນຖະ​ແຫຼ​ງວ່າ, ຈະ​ປະຕິບັດ​ການ​ຊ້ອມ​ຮົບ​ຮ່ວມ​ແຕ່​ວັນ​ທີ 1 ຫາວັນ​ທີ 18 ພະຈິກ​ໜ້າ​ນີ້​ໂດຍ​ຖື​ຄິວ​ຊິວ​ແລະ​ໂອ​ກິ​ນາວາ​ເປັນ​ໃຈກາງ. ການຊ້ອມ​ຮົບ​ຄັ້ງ​ນີ້​ຈະ​ຈຳລອງ​ສະ​ຖາ​ນະ​ການ​ການ​ຍົກ​ພົນ​ຂຶ້ນ​ບົກ​ແລະ​ການ​ສູ້​ຮົບ, ຕາມ​ແຜນການ, ຈະ​ໃຫ້​ກອງ​ປ້ອງ​ກັນ​ຕົວ​ທາງບົກ​ຍີ່ປຸ່ນທີ່​ຮັບຜິດຊອບ​ສະ​ເພາະ​ການ​ປ້ອງ​ກັນ​ເກາະ​ທາງ​ໄກນັ້ນ​ໃຊ້ກຳ​ປັ່ນ​ຂົນ​ສົ່ງ​ຂອງ​ກອງ​ປ້ອງ​ກັນ​ຕົວ​ທາງ​ທະ​ເລ​​ເຄື່ອນເຂົ້າ​ໃກ້​ກັບ​ເກາະ​​ເປົ້າ​ໝາຍ, ຍົນ​ຮົບ​ຂອງ​ກອງ​ປ້ອງ​ກັນ​ຕົວ​ທາງ​ອາກາດ​ຍີ່​ປຸ່ນຈະ​ຍິງ​​ເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນກ່າວ​ວ່າ,ການ​ຊ້ອມ​ຮົບ​ມີ​ຈຸດປະສົງ​ເພື່ອ​ດຳ​ເນີນ​ການ​ຝຶກ​ຊ້ອມ​ ​ດ້ານ​ການ​ຍົກ​ພົນຂຶ້ນ​ບົກ​​ແລະ​ການສູ້​ຮົບ​ແລະ​ການ​ຂົນ​ສົ່ງ. ນັກວິ​ເຄາະ​ເຫັນ​ວ່າ, ການ​ຊ້ອມ​ຮົບ​ໃນ​ຄັ້ງ​ນີ້,ທີ່​ຈິງ​ແ​ລ້ວ​ເປັນ​ການ​ຝຶກ​ຊ້ອມ​ໃນ​ການ​ຍຶດ​ເກາະ​ທາງ​ໄກ​ຄືນ, ກ່ຽວ​ກັບ​ເລື່ອງ​ນີ້, ໜັງ​ສື​ພິມ​ໂອ​ກິ​ນາວາ​ທາມ​ສຂອງ​ຍີ່​ປຸ່ນສະບັບ​ວັນ​ທີ 25 ຕຸລາ​ນີ້​ໄດ້​ລົງ​ພິມ​ບົດ​ວິຈານ​ໂດຍ​ຂຽນ​ວ່າ, ມັນ​ເດັ່ນ​ຊັດ​ແລ້ວ​ວ່າ,ການ​ຊ້ອມ​ຮົບ​ໃນ​ຄັ້ງ​ນີ້​ແມ່ນ​ມີ​ຂຶ້ນ​ຢູ່​ໃນ​ໄລຍະ​ການ​ພົວພັນ​ທີ່​ເຄັ່ງ​ຕຶງ​ລະຫວ່າງ​ຍີ່​ປຸ່ນກັບ​ຈີນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ, ​ການ​ຊ້ອມ​ຮົບ​ມີແຕ່​ຈະ​ທຳລາຍ​ຄວາມ​ໝັ້ນຄົງ​ດ້ານ​ລະບຽບການ​ຂອງ​ພາກ​ພື້ນ​ແຫ່ງ​ນີ້ຕື່ມ​ອີກ. ບົດ​ຄວາມ​ຍັງ​ຊີ້​ອອກ​ວ່າ, ນະ​ໂຍບາຍ​ດ້ານການ​ຕ່າງປະ​ເທດ​ຢູ່​ອາຊີ​ຕາ​ເວັນ​ອອກ​ຂອງ​ຍີ່​ປຸ່ນ​ໄດ້​ຕົກຢູ່​ໃນ​​ໄລຍະວິ​ກິດ​ການ​ແລ້ວ, ສິ່ງ​ທີ່​ຕ້ອງ​ເຮັດ​ຢ່າງ​ແທ້​ຈິງ​ໃນ​ປະຈຸ​ບັນ​ແມ່ນ​ວິທີ​ທາງ​ການ​ທູດ​​ເທົ່າ​ນັ້ນ​ທີ່​ຈະ​ແກ້​ໄຂ​ສະພາບ​ໃນ​ປະຈຸ​ບັນ​ນີ້​ໄດ້.