ພະ​ສັງຄະ​ລາຊາ​ພະ​ຊົນມາຍຸ 100ປີຂອງ​ໄທ​ສິ້ນ​ພະ​ຊົນ​ແລ້ວ

(GMT+08:00) 2013-10-25 17:17:08     cri
ສົມ​ເດັດ​ພຣະຍາ​ນະສັງວອນ ສົມ​ເດັດ​ພຣະສັງຄະລາດ ກະ​ກົນ​ມະຫາ​ສັງຄະ​ປະຣິນາຍົກ ອົງ​ທີ 19 ທີ່​ເປັນ​ຜູ້ນຳ​ສູງ​ສຸດ​ຂອງ​ວົງ​ການ​ພຸດ​ທະ​ສາ​ສະໜາ​ໄທ​ໄດ້​ສິ້ນ​ພະ​ຊົນ​ຍ້ອນ​ພະຍາດ​ໃນ​ຕອນ​ຄ່ຳ​ວັນ​ທີ 24 ຕຸລາ​ນີ້, ພະ​ຊົນມາຍຸ​ລວມ 100 ປີ.

ໂຮງໝໍ​ຈຸລາ​ລົງ​ກອນ​ນະຄອນຫຼວງ​ບາງກອກ​ຖະ​ແຫຼ​ງວ່າ, ​ເວລາ 19 ​ໂມງ 30 ນາທີ​ຂອງ​ວັນ​ທີ 24 ຕຸລາ​ນີ້, ສົມ​ເດັດ​ພຣະສັງຄະ​ລາດ​ໄດ້​ສິ້ນ​ພະ​ຊົນ​ຍ້ອນຕິດ​ເຊື້ອ​ໃນ​ເສັ້ນ​ເລືອດ. ສົມ​ເດັດພະຣະສັງຄະ​ລາດຫາ​ກໍ່​ໄດ້​ສະຫຼອງ​ວັນ​ເກີດ 100 ປີ ​ໃນວັນ​ທີ 3 ຕຸລາ​ນີ້. ພະ​ແນ​ກວຽກ​ງານ​ພະ​ລາ​ຊະວັງ​ໄທ​ກ່າວ​ວ່າ,ສົມ​ເດັດ​ພູມີພົນ ອະດຸນ​ຍະ​ເດດ​ຮູ້ສຶກ​ເສົ້າ​ສະຫຼົດ​ພະ​ໄທ​ຢ່າງ​​ເລິກ​ເຊິ່ງຕໍ່​ການ​ສິ້ນ​ພະ​ຊົນ​ຂອງ​ສົມ​ເດັດ​ພຣະ​ສັງ​ຄະ​ລາດ. ລັດ​ຖະ​ບານ​ໄທ​ປະກາດ​ໃນ​ວັນ​ທີ 25 ຕຸລາ​ນີ້​ວ່າ ອົງການ​ລັດຖະບານຈະ​ຫຼຸດ​ທຸງ​ລົງ​ເຄິ່ງ​ເສົາ​ເປັນ​ເວລາ 3 ວັນ, ທົ່ວ​ປະ​ເທດ​ເລີ່​ມ​ເຂົ້າ​ສູ່​ໄລຍະ​ໄວ້ອາ​ໄລ​ເປັນ​ເວລາ 15 ວັນ.

ສົມ​ເດັດ​ພຣະສັງຄະ​ລາດ​ປະສູດ​ເມື່ອປີ1913​ຢູ່​ຈັງຫວັດ​ການຈະ​ນະ​ບູລີ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ໄທ, ອາຍຸ 14 ປີ ​ເຂົ້າ​ບວດ​ຢູ່​ວັດ, ປີ 1933 ​ບວດ​ເປັນ​ອຸປະ​ສຳ​ປະທາ​ພິກຂຸ, ປີ1989​ຖືກ​​ແຕ່ງ​ຕັ້ງ​ໃຫ້​​ເປັນພຣະສັງຄະລາດ. ຜູ້​ສືບ​ທອດ​ຕຳ​ແໜ່​ງຂອງ​ສົມ​ເດັດ​ພຣະສັງຄະ​ລາດຈະ​​​ແຕ່ງ​ຕັ້ງ​​ໂດຍ​ສົມ​​ເດັດ​ພູມີພົນ ອະດຸນ​ຍະ​ເດດ ພະ​ມະຫາ​ກະສັດ​ຂອງ​ໄທ.